ປະທານປະເທດ Truong Tan Sang ເຮັດວຽກຢູ່ເມືອງ Thuan Nam
(ພາບ:baoninhthuan.com.vn
)
( vovworld ) – ໂດຍສືບຕໍ່ການຢ້ຽມຢາມ ແລະ ເຮັດວຽກຢູ່ແຂວງ Ninh Thuan, ຕອນເຊົ້າວັນທີ 22/4. ທ່ານປະທານປະເທດ Truong Tan Sang ໄດ້ຮັບຟັງການນຳແຂວງລາຍງານກ່ຽວກັບສະພາບການປະຕິບັດໜ້າທີ່ເສດຖະກິດ-ສັງຄົມ, ເອົາໃຈໃສ່ເບິ່ງແຍງຊີວີດການຜະລິດຂອງປະຊາຊົນໃນບໍລິເວນ, ໂດຍສະເພາະແມ່ນປະຊາຊົນຊົນເຜົ່າ ແລະ ປະຊາຊົນຂຶ້ນກັບເຂດໂຄງການໂຮງງານໄຟຟ້ານິວເຄຼຍ Ninh Thuan. ກ່າວຄຳເຫັນທີ່ການເຮັດວຽກ ທ່ານປະທານປະເທດ Truong Tan Sang ເນັ້ນໜັກວ່າ: Ninh Thuan ຕ້ອງຮີບເຮັ່ງເພື່ອຮັກສາການຈະເລີນໂຕບໂຕ ແລະ ຮຽກຮ້ອງແຂວງ Ninh Thuan ຈົ່ງຕ້ອງສືບຕໍ່ເປັນເຈົ້າການເລືອກເຟັ້ນຄູ່ຮ່ວມມື, ພ້ອມກັບການພັດທະນາເສດຖະກິດ ທາງແຂວງຄວນເອົາໃຈໃສ່ບູລະນະລະບົບການເມືອງ. ເມື່ອລົງຢ້ຽມຢາມເມືອງ Thuan Nam ຊື່ງແມ່ນສະຖານທີ່ກໍ່ສ້າງໂຮງງານໄຟຟ້ານິວເຄຼຍເລກ 1, ທ່ານປະທານປະເທດຖືວ່າ ໂຄງການໄຟຟ້ານິວເຄຼຍ Ninh Thuan ເລກ 1 ແມ່ນໂຄງການໃຫ່ຍ, ນຳມາເຊີ່ງຜົນປະໂຫຍດລວມໃຫ້ແກ່ປະເທດຊາດ. ຍ້ອນເຫດນັ້ນ, ອຳນາດການປົກຄອງຂັ້ນຕ່າງໆ ຈົ່ງເອົາໃຈໃສ່ເບິ່ງແຍງ ຈັດຕັ້ງຊີວິດໃຫ້ປະຊາຊົນຢູ່ເຂດຕັ້ງຖິ່ນຖານໂຄງທີ່ຄືນໃໝ່ໃຫ້ດີກ່ວາອີກເມື່ອທຽບກັບປະຈຸບັນ. ໃນວັນດຽວກັນ, ທ່ານປະທານປະເທດ Truong Tan Sang ໄດ້ໄປຢ້ຽມຢາມ ແລະ ມອບຂອງຂວັນໃຫ້ຄອບຄົວເປົ້າໝາຍນະໂຍບາຍໃນບໍລິເວນແຂວງ.