(vovworld) – ຕອນບ່າຍວັນທີ 04/04, ຄະນະຜູ້ແທນຂັ້ນສູງສະພາແຫ່ງຊາດລາວ ໂດຍທ່ານນາງປະທານສະພາແຫ່ງຊາດ ປານີ ຢາທໍ່ຕູ ນຳໜ້າ, ໄດ້ເດີນທາງອອກຈາກນະຄອນໂຮ່ຈິມິນ, ສິ້ນສຸດການຢ້ຽມຢາມມິດຕະພາບຫວຽດນາມ ຢ່າງເປັນທາງ ແລະ ເຂົ້າຮ່ວມກອງປະຊຸມໃຫຍ່ສະຫະພັນລັດຖະສະພາສາກົນ ຄັ້ງທີ 132 (IPU 132). ໃນໄລຍະຢູ່ຢ້ຽມຢາມ, ທ່ານນາງປະທານສະພາແຫ່ງຊາດລາວ ປານີ ຢາທໍ່ຕູ ໄດ້ມີການພົບປະເຈລະຈາກັບທ່ານປະທານສະພາແຫ່ງຊາດ ຫງວຽນຊິງຮຸ່ງ; ເຂົ້າຢ້ຽມຂໍ່ານັບທ່ານເລຂາທິການໃຫຍ່ ຫງວຽນຟຸຈ້ອງ ແລະ ທ່ານປະທານປະເທດ ເຈືອງເຕີນຊາງ; ພົບປະເຈລະຈາກັບທ່ານນາຍົກລັດຖະມົນຕີ ຫງວຽນເຕີນຢຸງ. ທີ່ບັນດາການພົບປະເຈລະຈາ, 2 ຝ່າຍລ້ວນແຕ່ຢືນຢັນ ຖືເປັນສຳຄັນ, ປາດຖະໜາ ແລະ ຕັດສິນໃຈເພີ່ມທະວີສາຍພົວພັນມິດຕະພາບທີ່ເປັນມູນເຊື້ອ, ການຮ່ວມມືຮອບດ້ານລະຫວ່າງ 2 ລັດ, 2 ສະພາແຫ່ງຊາດກວ່າອີກ; ພ້ອມທັງສືບຕໍ່ສະໜັບສະໜູນເຊິ່ງກັນ ແລະ ກັນ, ສົມທົບກັບຢ່າງແໜ້ນແຟ້ນບົນເວທີປາໄສພາກພື້ນ ແລະ ສາກົນ. 2 ຝ່າຍກໍ່ແລກປ່ຽນບັນດາເນື້ອໃນເພື່ອແນໃສ່ຊຸກຍູ້ການຮ່ວມມືຮອບດ້ານລະຫວ່າງ 2 ລັດ, 2 ສະພາແຫ່ງຊາດໃນທຸກຂົງເຂດຄື: ການເມືອງ, ເສດຖະກິດ, ສັງຄົມ, ການສຶກສາ, ພິເສດແມ່ນການພັດທະນາແຫຼ່ງຊັບພະຍາກອນມະນຸດ ແລະ ຜັນຂະຫຍາຍບັນດາເອກະສານ, ຂໍ້ຕົກລົງຮ່ວມມື 2 ຝ່າຍຢ່າງເຂັ້ມງວດ. 2 ຝ່າຍກໍ່ເຊື່ອໝັ້ນຢ່າງແນວແນ່ວ່າ, ເລື່ອງຍູ້ແຮງບັນດາການຢ້ຽມຢາມ, ເຮັດວຽກລະຫວ່າງການນຳຂັ້ນສູງຂອງ 2 ພັກ, 2 ລັດ ແລະ 2 ສະພາແຫ່ງຊາດໃນໄລຍະຜ່ານມາ ກໍ່ຄືໃນອະນາຄົດ ຈະສືບຕໍ່ປັບປຸງນ້ຳໃຈສາມັກຄີມິດຕິພາບແບບພິເສດ ແລະ ນຳການພົວພັນລະຫວ່າງ 2 ປະເທດ ໃຫ້ກ້າວເຂົ້າສູ່ລວງເລິກກວ່າອີກ.
ໃນລາຍການຢ້ຽມຢາມ ແລະ ເຮັດວຽກຢູ່ຫວຽດນາມ, ຄະນະຍັງໄປຢ້ຽມຢາມ ແລະ ເຮັດວຽກຢູ່ນະຄອນໂຮ່ຈິມິນ, ແຂວງກຽນຢາງ ແລະ ເບັ໋ນແຈ ອີກດ້ວຍ.