ປະທານສະພາແຫ່ງຊາດຫງວຽນຊີງຮູ່ງເຂົ້າຮ່ວມພິທີມອບລາງວັນໃຫ້ການເສັງຂຽນ“ການເສຍສະຫຼະແບບເລິກລັບ”
ປະທານສະພາແຫ່ງຊາດຫງວຽນຊີງຮູ່ງເຂົ້າຮ່ວມພິທີມອບລາງວັນໃຫ້ການ
ເສັງຂຽນ“ການເສຍສະຫຼະແບບເລິກລັບ”
(ພາບ: DOÃN TẤN/TTXVN)
|
(vovworld) – ເນື່ອງໃນໂອກາດສະເຫຼີມສະຫຼອງວັນທ່ານໝໍ ຫວຽດນາມ ແລະ ສະເຫຼີມສະຫຼອງ 60 ປີແຫ່ງວັນຂະແໜງການແພດປະຕິບັດຕາມຄຳສັ່ງສອນຂອງລຸງ ໂຮ່ (27/2/1955 – 27/2/2015), ຕອນຄຳ່ວັນທີ 5/2, ຢູ່ຮ່າໂນ້ຍ, ກະຊວງສາທາລະນະສຸກ, ໜັງສຶພິມສຸຂະພາບ ແລະ ຊີວິດການເປັນຢູ່ ໄດ້ຈັດຕັ້ງລາຍການສະແດງສິລະປະທີ່ເປັນເອກະລັກສະເພາະເພື່ອເຊີດທ່ານໝໍ ຫວຽດນາມ ແລະ ພິທີມອບລາງວັນໃຫ້ການເສັງຂຽນ “ການເສຍສະຫຼະແບບເລິກລັບ” ຄັ້ງທີ 3. ທ່ານປະທານສະພາແຫ່ງຊາດ ຫງວຽນຊິງຮູ່ງ ເຂົ້າຮ່ວມ ແລະ ມອບລາງວັນໃຫ້ບັນດາຜູ້ໄດ້ຮັບລາງວັນດີເດັ່ນໃນການເສັງ. ຕາມໝາກຜົນຂອງການປະກາດແລ້ວ, ລາງວັນທີໜຶ່ງຂອງການເສັງຄັ້ງນີ້ ໄດ້ມອບໃຫ້ນັກຂ່າວ ຫງວຽນທິແຄ໋ງລີ, ສື່ເອເລັກໂຕນິກ Vnexpress. ນອກນັ້ນກໍ່ມີນັກຂ່າວ, ພະນັກງານການແພດຫຼາຍຄົນກໍ່ ໄດ້ຮັບລາງວັນໃນຄັ້ງນີ້.
ລາຍການ “ການເສຍສະຫຼະແບບເລິກລັບ” ແມ່ນລາຍການສະແດງສິລະປະເຊີດຊູ, ຮັບຮູ້ບັນດາການປະກອບສ່ວນຂອງຖັນແຖວພະນັກງານການແພດ, ພິເສດແມ່ນຍ້ອງຍໍຊົມເຊີຍບັນດາແບບຢ່າງມີການອຸທິດສ່ວນ, ເສຍສະຫຼະຊີວິດຫຼາຍຢ່າງໃນວຽກງານຮັກສາ, ເບິ່ງແຍງດູແລສຸຂະພາບຂອງປະຊາຊົນ.