(vovworld) – ໂດຍໄດ້ຮັບຄຳເຊື້ອເຊີນຂອງທ່ານປະທານປະເທດເຈືອງເຕີນຊາງ, ທ່ານປະທານາທິບໍດີ ມົງໂກນ Tsakhiagiin Elbegdorj ຢ້ຽມຢາມຫວຽດນາມ ຢ່າງເປັນທາງການແຕ່ວັນທີ 21 – 24/11. ການຢ້ຽມຢາມຄັ້ງນີ້ຖືກດຳເນີນໄປໃນສະພາບການ 2 ປະເທດພວມກະກຽມສະເຫຼີມສະຫຼອງ 60 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດໃນປີ 2014. ທ່ານປະທານປະເທດ ເຈືອງເຕີນຊາງ ເປັນເຈົ້າພາບພິທີຕ້ອນຮັບ ແລະ ການເຈລະຈາໃນຕອນບ່າຍວັນທີ 21/11. ຄາດວ່າ, 2 ຝ່າຍຈະເຊັນເອກະສານຮ່ວມມືບາງສະບັບ.
ການຢ້ຽມຢາມຂອງທ່ານປະທານາທິບໍດີ ມົງໂກນ ເພື່ອແນໃສ່ປັບປຸງ, ເພີ່ມທະວີການພົວພັນທີ່ເປັນມູນເຊື້ອມິດຕະພາບລະຫວ່າງ 2 ປະເທດ, ຊຸກຍູ້ການຮ່ວມມືໃນທຸກໆຂົງເຂດ, ພິເສດແມ່ນການປ້ອງກັນຊາດ, ປ້ອງກັນຄວາມສະຫງົບ, ເສດຖະກິດ, ການຄ້າ. ພ້ອມກັນນັ້ນ, ການຢ້ຽມຢາມກໍ່ຜັນຂະຫຍາຍນະໂຍບາຍການຕ່າງປະເທດຂອງ ມົງໂກນ ສຳລັບພາກພື້ນ ອາຊີ - ປາຊີຟິກ, ເປີດກ້ວາງການພົວພັນກັບບັນດາປະເທດ ອາຊຽນ.