ປະທານາທິບໍດີລັດເຊຍສືບຕໍ່ການພົບປະຂັ້ນສູງຢູ່ນອກງານມະຫາກຳກິລາSochi
ທ່ານປະທານາທິບໍດີ Vladimir Putin ແລະ ທ່ານນາຍົກລັດຖະມົນຕີ ຍີ່ປຸ່ນ Shinzo Abe
(ພາບ: RIA/EPA)
(vovworld) – ຢູ່ນອກບັນດາການເຄື່ອນໄຫວກິລາໃນມື້ທຳອິດພາຍຫຼັງພິທີໄຂງານແຂ່ງຂັນກິລາລະດູໜາວ Olympic Sochi 2014, ວັນທີ 8/2 ສືບຕໍ່ດຳເນີນການພົບປະຂັ້ນສູງລະຫວ່າງປະທານາທິບໍດີ ລັດເຊຍ Vladimir Putin ກັບບັນດາການນຳຂັ້ນສູງຂອງປະເທດຕ່າງໆທີ່ມີນັກກິລາເຂົ້າຮ່ວມ Olympic Sochi. ທີ່ການພົບປະກັບທ່ານນາຍົກລັດຖະມົນຕີ ຍີ່ປຸ່ນ Shinzo Abe, ທ່ານປະທານາທິບໍດີ Putin ຢືນຢັນວ່າ:
“ພວກເຮົາພວມພ້ອມກັນຮ່ວມມືຢ່າງມີປະສິດທິຜົນໃນຂອບເຂດບັນດາອົງການສາກົນ. ມີຫຼາຍກົນໄກໃໝ່ໃນການພົວພັນລະຫວ່າງ 2 ປະເທດໄດ້ຮັບການສ້າງຕັ້ງ, ໃນນັ້ນການຮ່ວມມືຂັ້ນລັດຖະມົນຕີການຕ່າງປະເທດ ແລະ ລັດຖະມົນຕີກະຊວງປ້ອງກັນປະເທດ ພວມກາຍເປັນຈຸດສຳຄັນເພື່ອເພີ່ມທະວີຄວາມເຊື່ອໝັ້ນໃນການພົວພັນລະຫວ່າງ 2 ປະເທດພວກເຮົາ. ບັນດາການພົວພັນດ້ານເສດຖະກິດ - ການຄ້າໄດ້ຮັບການເປີດກ້ວາງ. ສິ່ງດັ່ງກ່າວໄດ້ສ້າງເງື່ອນໄຂເພື່ອແກ້ໄຂບັນດາບັນຫາລະຫວ່າງຊາດທີ່ສັບສົນທີ່ສຸດ.”
ສ່ວນທ່ານນາຍົກລັດຖະມົນຕີ ຍີ່ປຸ່ນ Shinzo Abe ກໍ່ສະແດງຄວາມຫວັງຢາກຮັດແໜ້ນການພົວພັນ 2 ຝ່າຍໃນອະນາຄົດ.