ປະທານາທິບໍດີອິນເດຍຢ້ຽມຢາມຫວຽດນາມທາງລັດຖະກິດ
ທ່ານປະທານາທິບໍດີ ອິນເດຍ Pranad Mukherjee
(ພາບ: AFP/Vietnam+)
(vovworld) – ວັນທີ 14/9, ທ່ານປະທານາທິບໍດີ ອິນເດຍ Pranad Mukherjee ພ້ອມກັບຄະນະຜູ້ແທນຂັ້ນສູງລັດ ອິນເດຍ ໄດ້ມາຮອດນະຄອນຫຼວງ ຮ່າໂນ້ຍ, ເລີ່ມຕົ້ນການຢ້ຽມຢາມ ຫວຽດນາມ ແຕ່ວັນທີ 14 – 17/9, ຕາມຄຳເຊື້ອເຊີນຂອງທ່ານປະທານປະເທດ ເຈືອງເຕີນຊາງ.
ຮ່ວມເດີນທາງກັບທ່ານປະທານາທິບໍດີ Pranad Mukherjee ໃນຄັ້ງນີ້ ມີທ່ານ Dharmendra Pradhan, ລັດຖະມົນຕີກະຊວງນ້ຳມັນອາຍແກດ, ພ້ອມກັບບັນດາສະມາຊິກສະພາແຫ່ງຊາດ, ທ່ານເລຂາປະທານາທິບໍດີ Omita Paul, ທ່ານຮອງລັດຖະມົນຕີການຕ່າງປະເທດ ອິນເດຍ Anil Wadhwa ແລະ ທ່ານເອກອັກຄະລັດຖະທູດ ອິນເດຍ Preeti Sanran.
ທ່ານປະທານາທິບໍດີ Pranad Mukherjee ເຄີຍດຳລົງຕຳແໜ່ງລັດຖະມົນຕີກະຊວງຄັງເງິນ ແລະ ທະນາຄານ, ລັດຖະມົນຕີການຄ້າ, ລັດຖະມົນຕີເຫຼັກກ້າ ແລະ ບໍ່ແຮ່, ລັດຖະມົນຕີການເງິນ, ລັດຖະມົນຕີການຕ່າງປະເທດ, ລັດຖະມົນຕີກະຊວງປ້ອງກັນປະເທດ, ແມ່ນຜູ້ນຳທີ່ສະພາສູງ, ສະພາຕຳ່.