ປະທານາທິບໍດີ ປານາມາ Ricardo Martinelli ພົບປະກັບທ່ານ ເລຂາທິການໃຫຍ່ພັກກອມມູນິດ ຫວຽດນາມ Nguyen Phu Trong
ພາບ: internet
|
(vovworld) - ວັນທີ 27/10 ປະທານາທິບໍດີ ປານາມາ, Ricardo Martinelli ອອກເດີນທາງຈາກຮ່າໂນ້ຍ ສິ້ນສຸດການຢ້ຽມຢາມຫວຽດນາມຢ່າງເປັນທາງການ ຢ່າງຈົບງາມ. ໃນໄລຍະຢູ່ຢ້ຽມຢາມ ຫວຽດນາມ, ປະທານາທິບໍດີ ປານາມາ ໄດ້ມີການເຈລະຈາກັບປະທານປະເທດ Truong Tan Sang, ເຂົ້າຢ້ຽມຂຳ່ນັບ, ພົບປະແລກປ່ຽນຄຳເຫັນກັບທ່ານ ເລຂາທິການໃຫຍ່ພັກກອມມູນິດ ຫວຽດນາມ Nguyen Phu Trong , ນາຍົກລັັດຖະມົນຕີ ຫວຽດນາມ Nguyen Tan Dung ແລະ ປະທານສະພາແຫ່ງຊາດ Nguyen Sinh Hung ແລະ ເປັນສັກຂິພິຍານພິທີລົງນາມໃນສັນຍາຮ່ວມມືດ້ານວັດທະນະທຳລະຫວ່າງສອງປະເທດ ແລະ ບົດບັນທຶກຊ່ວຍຈຳສ້າງກົນໄກທາບທາມຄຳເຫັນດ້ານການເມືອງລະຫວ່າງສອງກະຊວງການຕ່າງປະເທດ. ທີ່ການພົບປະຄັ້ງຕ່າງໆນັ້ນ, ການນຳພັກ, ລັດ ຫວຽດນາມ ປາດຖະຫນາຢາກພັດທະນາການພົວພັນມິດຕະພາບ ແລະ ການຮ່ວມມືກັບ ປານາມາ ແລະ ສະເຫນີລັດຖະບານ ປານາມາ ສືບຕໍ່ສົ່ງເສີມ ແລະ ສ້າງເງື່ອນໄຂສະດວກໃຫ້ແກ່ວິສາຫະກິດ ປານາມາ ລົງທຶນຢູ່ ຫວຽດນາມ, ຫນູນຊ່ວຍວິສາຫະກິດ ຫວຽດນາມ ລົງທຶນ ຢູ່ ປານາມາ ໃນບັນດາຂົງເຂດກໍ່ສ້າງ, ຕໍ່ ແລະ ສ້ອມແປງກຳປັ່ນ, ຜະລິດສິນຄ້າສົ່ງອອກ, ເປີດປະຕູເພື່ອໃຫ້ສິນຄ້າຫວຽດນາມສົ່ງໄປຂາຍຢູ່ຕະຫລາດ ປານາມາ. ການນຳສອງປະເທດກໍແລກປ່ຽນບັນດາບັນຫາສາກົນ ແລະພາກພື້ນຊຶ່ງຕ່າງຝ່າຍຕ່າງມີຄວາມສົນໃຈ.