(ພາບປະກອບ)
(vovworld) - ໜຶ່ງໃນບັນດາເນື້ອໃນເຊິ່ງກອງປະຊຸມຄັ້ງທີ 7 ຄະນະບໍລິຫານງານສູນກາງພັກຊຸດທີ 11 ທີ່ພວມດຳເນີນໄປຢູ່ນ່າໂນ້ຍ ບັນຫາທີສຸມໃສ່ປຶກສາຫາລືແມ່ນສະຫລຸບ 1 ປີແຫ່ງການປະຕິບັດມະຕິສູນກາງຄັ້ງທີ 4 “ບາງບັນຫາຮີບດ່ວນກ່ຽວກັບການກໍ່ສ້າງພັກໃນປະຈຸບັນ”. ຕອບສຳພາດຕໍ່ນັກຂ່າວວິທະຍຸກະຈາຍສຽງຫວຽດນາມ ເນື່ອງໃນໂອກາດນີ້, ທ່ານ ຮ່ວາງຮືວຕວຽນ, ຮອງເລຂາຄະນະຜູ້ປະຈຳການອົງຄະນະພັກກຸ່ມບັນດາອົງການແຂວງເຊີນລາ ໃຫ້ຮູ້ວ່າ.
“ພາຍຫຼັງການສຳຫຼວດກວດກາຕຳນິຕິຊົມຕົນເອງ ແລະ ຕຳນິຕິຊົມເພື່ອນສະຫາຍ, ຄະນະປະຈຳໄດ້ຊີ້ນຳບັນດາໝູ່ຄະນະ, ຄະນະພັກທຸກຂັ້ນ, ບັນດາສ່ວນບຸກຄົນແກ້ໄຂຂໍ້ຂາດຕົກບົກຜ່ອງ, ຄວາມອ່ອນດ້ອຍພາຍຫຼັງການສຳຫຼວດຕາມມະຕິສູນກາງຄັ້ງທີ 4; ເອົາໃຈໃສ່ປະຕິບັດຕາມແບບຢ່າງບັນດາພະນັກງານ, ສະມາຊິກພັກທີ່ມີວຽກງານ, ການກະທຳທີ່ດີ. ພ້ອມທັງເພີ່ມທະວີວຽກງານຕິດຕາມກວດກາ, ຕິດຕາມກວດກາປະຕິບັດວິໄນບັນດາອົງການພັກ ແລະ ສະມາຊິກພັກທີ່ໄດ້ລະເມີດກົດໝາຍ, ໂດຍສະເພາະແມ່ນບັນດາສະມາຊິກພັກທີ່ໄດ້ລະເມີດຂໍ້ກຳນົດຂອງຄະນະບໍລິຫານງານສູນກາງພັກ ກ່ຽວກັບບັນດາບັນຫາທີ່ສະມາຊິກພັກບໍ່ໄດ້ເຮັດ”.