ຊາວປາແລດສະຕີນ ໃນມື້ລະນຶກ 45 ແຫ່ງວັນອິດສະຣາແອນຢືດຄອງເຂດ
ດິນແດນຂອງປາແລດສະຕີນ
|
(vovworld) - ວັນທີ 5/6 ຊາວປາແລດສະຕີນ ຢູ່ເຂດຝັງຕາເວັນຕົກແມ່ນ້ຳຈໍແດນ ແລະ ເຂດກາຊາ ໄດ້ຈັດຕັ້ງການເຄື່ອນໄຫວລະນຶກ 45 ປີແຫ່ງວັນ ອິດສະຣາແອນ ຢືດຄອງບັນດາເຂດດິນແດນຂອງປາແລດສະຕີນ ໃນສົງຄາມອາຮັບ - ອິດສະຣາແອນ ປີ 1967 ຢ່າງຜິດກົດໝາຍ ແລະ ຢືນຢັນຄຳຕັດສິນໃຈສ້າງຕັ້ງລັດປາແລສະຕີນ ເອກະລາດ. ຊາວ ປາແລດສະຕີນ ໄດ້ຕັ້ງຊື່ໃຫ້ພິທີລະນຶກດັ່ງກ່າວ al - Naksa ແລະ ຂີດໝາຍດ້ວຍບັນດາງານໂຮມຊຸມນຸມ, ການແຫ່ຂະບວນຢູ່ ເຂດຝັງຕາເວັນຕົກແມ່ນນ້ຳຈຳແດນ, Jerusalem ຕາເວັນອອກ. ແຫ່ງນີ້ເຄີຍຖືກ ອິດສະຣາແອນ ຢືດຄອງເມື່ອປີ 1967 ແຕ່ຊາວ ປາແລດສະຕີນ ພັດຖືແຫ່ງ ນີ້ແມ່ນນະຄອນຫລວງ ຂອງປະເທດເຂົາເຈົ້າໃນອະນາຄົດ. ປະຊາຊົນ ປາແລດສະຕີນ ໄດ້ຮຽກຮ້ອງໃຫ້ມີການແຊກແຊງສາກົນໂດບທັນທີເພື່ອຢຸດຕິການຢືດຄອງທາງການທະຫານໃນບັນດາເຂດດິນແດນຂອງຕົນ. ປີນີ້ ຊາວປາແລດສະຕີນ ຈັດຕັ້ງບັນດາການເຄື່ອນໄຫວໃນສະພາບວິວັດທະນາການສັນຕິພາບຢູ່ ຕາເວັນອອກກາງ ພວມຕົກເຂົ້າສູ່ສະພາບບໍ່ມີທາງອອກແຕ່ເດືອນ 10/2010 ຍ້ອນຄວາມບໍ່ລົງລອຍກັນທີ່ກ່ຽວຂ້ອງເຖິງເລື່ອງ ອິດສະຣາແອນ ກໍ່ສ້າງບັນດາເຂດຕັ້ງຖິ່ນຖານຄົງທີ່ຂອງຊາວ ຢິວ ໃນເຂດດິນແດນທີ່ເຂົາເຈົ້າຢືດຄອງຂອງ ປາແລດສະຕີນ.