ປີ 2014 : ຂະແໜງຕຳແຜ່ນຕັດຫຍິບວາງຄາດໝາຍບັນລຸວົງເງິນສົ່ງອອກ 23 ຕື້ USD
(ພາບປະກອບ)
|
(vovworld)- ສະຫະສະມາຄົມຕຳແຜ່ນຕັດຫຍິບຫວຽດນາມຖືວ່າ ຕະຫຼາດສົ່ງອອກເຄື່ອງຕຳແຜ່ນຕັດຫຍິບປີ 2014 ມີຄວາມສະດວກຫຼາຍຢ່າງ, ຂະນະທີ່ບັນດາຕະຫຼາດສົ່ງອອກໃຫຍ່ຂອງຫວຽດນາມຄື ອາເມລິກາ, EU, ຍີປຸ່ນ, ສ.ເກົາຫຼີ...ມີການຄາດຄະເນລະດັບການເຕີບໂຕຈະດີຂຶ້ນ. ພ້ອມກັນນັ້ນ, ບັນດາສັນຍາການຄ້າ, ພິເສດແມ່ນສັນຍາຄູ່ຮ່ວມມືຂ້າມປາຊີຝິກ (TPP) ເຈລະຈາສຳເລັດຜົນຈະນາມາເຊິ່ງຫຼາຍກາລະໂອກາດທີ່ດີໃຫ້ແກ່ວິສາຫະກິດສົ່ງອອກເຄື່ອງຕຳແຜ່ນຕັດຫຍິບຫວຽດນາມ. ທ່ານ ເລຕ້ຽນເຈືອງ ຮອງຜູ້ອຳນວຍການໃຫຍ່ກຸ່ມບໍລິສັດຕຳແຜ່ນຕັດຫຍິບຫວຽດນາມ ໃຫ້ຮູ້ວ່າ:
“ ພວກຂ້າພະເຈົ້າໄດ້ວາງຄາດໝາຍການເຕີບໂຕດ້ານການສົ່ງອອກປີ 2014 ແມ່ນ 12%, ນີ້ແມ່ນຕົວເລກທີ່ອາດເປັນໄປໄດ້. ສຳລັບຂະແໜງຕຳແຜ່ນຕັດຫຍິບ ໃນ 15 ປີມານີ້, ລ້ວນແຕ່ຮັກສາລະດັບການເຕີບໂຕຢ່າງຕໍ່ເນື່ອງ. ພວກຂ້າພະເຈົ້າຄິດວ່າ ວິທີການແກ້ໄຂໂດຍພື້ນຖານ ແມ່ນອີງໃສ່ 4 ປັດໄຈຄື : ຄຸນນະພາບ, ລາຄາ, ລະດັບຄວາມໄວຂອງການສະໜອງໃຫ້ທ້ອງຕະຫຼາດ; ຄວາມສາມາດແກ້ໄຂບັນຫາການບໍລິການຫຼັງການຂາຍ. ຢາກສືບຕໍ່ມີການແກ່ງແຍ້ງທີ່ດີ, ໃນແຕ່ລະປີຕ້ອງປົວແປງໃຫ້ດີກ່ວາ. ແລະ ນີ້ກໍແມ່ນບັນຫານອນໃນໝວດມາດຕະການແກ້ໄຂເພື່ອໃຫ້ພວກຂ້າພະເຈົ້າເຮັດສຳເລັດໜ້າທີ່ການສົ່ງອອກປີ 2014 ”