ຜູ້ຊ່ຽວຊານອາເມລິກາຕີລາຄາສູງກຳລັງຄວາມສາມາດຄຸ້ມຄອງຂອງລັດຖະບານຫວຽດນາມໃນຂົງເຂດສາທາລະນະສຸກ

ພາບປະກອບ:
|
(vovworld)- ສະຖາບັນ Brookings ອາເມລິກາ ຈັດຕັ້ງພິທີປະກາດກ່ຽວກັບກຳລັງຄວາມສາມາດຄຸ້ມຄອງສາທາລະນະສຸກ - ສຸຂະພາບ, ຊຸກຍູ້ການລົງທຶນພາກເອກະຊົນໃນຂົງເຂດການຄົ້ນຄ້ວາ ແລະ ພັດທະນາສາທາລະນະສຸກ. ທ່ານ ຟ້າມກວາງວີງ, ເອກອັກຄະລັດຖະທູດຫວຽດນາມ ປະຈຳ ອາເມລິກາ ໄດ້ເຂົ້າຮ່ວມ ແລະ ເປັນປະທານຮ່ວມພິທີປະກາດພ້ອມກັບການນຳຂອງສະຖາບັນ Brookings ແລະ ບັນດາຜູ້ຊ່ຽວຊານ ອາເມລິກາ. ໃນບົດປະກອບຄຳເຫັນຂອງຕົນ, ທ່ານເອກອັກຄະລັດຖະທູດ ຟ້າມກວາງວີງ ໄດ້ຢືນຢັນ ຖືການຄົ້ນຄ້ວາຂອງສະຖາບັນ Brookings ເປັນສຳຄັນ ລະ ເນັ້ນຫນັກເຖິງບົດຮຽນຂອງຫວຽດນາມ ນັ້ນແມ່ນ: ຖືວຽກງານເບິ່ງແຍງດູແລສຸຂະພາບຂອງປະຊາຊົນແມ່ນການບຸລິມະສິດຕົ້ນຕໍໃນນະໂຍບາຍຂອງຊາດ; ປະຕິບັດວຽກງານການສຶກສາ, ສາທາລະນະສຸກວົງຄະນາຍາດ, ຮ່ວມມືສາກົນຢ່າງມີປະສິດທິຜົນໃນຂົງເຂດເບິ່ງແຍງດູແລສຸຂະພາບ. ທ່ານ ຟ້າມກວາງວີງ ເນັ້ນຫນັກວ່າ: ຫວຽດນາມ ມີແຜນນະໂຍບາຍສະຫນັບສະຫນູນການເພີ່ມທະວີການຮ່ວມມືສາກົນກວ່າອີກ, ໃນນັ້ນ ມີການຮ່ວມມືກັບລັດຖະບານ ແລະ ບັນດາພາກເອກະຊົນຂອງອາເມລິກາ ເພື່ອເປີດກວ້າງກຳລັງຄວາມສາມາດຄຸ້ມຄອງເບິ່ງແຍງດູແລສຸຂະພາບວົງຄະນາຍາດ. ຫວຽດນາມ ສືບຕໍ່ສ້າງສະພາບແວດລ້ອມແຫ່ງການລົງທຶນ, ດຳເນີນທຸລະກິດ, ສ້າງຄວາມສະດວກກວ່າອີກໃຫ້ແກ່ບັນດາວິສາຫະກິດຕ່າງປະເທດ, ໃນນັ້ນ ມີຂົງເຂດສາທາລະນະສຸກ.