(vovworld) – ຜູ້ອອກສະໝັກຮັບເລືອກຕັ້ງຂອງແນວໂຮມເປີດກວ້າງ (FA) ທ່ານ Tabare Vazquez ຍາດໄດ້ໄຊຊະນະໃນການເລືອກຕັ້ງປະທານາທິບໍດີ Uruguay ຮອບທີ 2 ໃນວັນທີ 30/11, ຍົກກຳນົດເວລາກຳອຳນາດຂອງພັນທະມິດຕາມແນວທາງຝ່າຍຊ້າຍດັ່ງກ່າວຂຶ້ນເຖິງ 15 ປີ. ທ່ານ Tabare Vazquez ໄດ້ນຳໜ້າຄູ່ແຂ່ງແມ່ນສະມາຊິກສະພາຕໍ່າ Luis Lacalle Pou, ຜູ້ຕາງໜ້າພັກແຫ່ງຊາດ (PN) ຕາມທິດກາງດ້ວຍ 12 ຄະແນນ. ເຖິງວ່າ ສານເລືອກຕັ້ງຂອງ Uruguay ຍັງບໍ່ທັນປະກາດໝາກຜົນການນັບບັດ, ທ່ານ Tabare Vazquez ໄດ້ປະກາດໄຊຊະນະໃນການເລືອກຕັ້ງ ແລະ ຄູ່ແຂ່ງຂອງທ່ານກໍ່ຍອມຮັບການປະລາໄຊ. ນີແມ່ນໄຊຊະນະຄັ້ງທີ 3 ຢ່າງລຽນຕິດຂອງ FA ໃນການເລືອກຕັ້ງປະທານາທິບໍດີ.
ຄາດວ່າ, ທ່ານ Tabare Vazquez ຈະຮັບດຳລົງຕຳແໜ່ງອາຍຸການທີ 2 ໃນວັນທີ 01/03/2015, ກ່າຍເປັນປະທານາທິບໍດີຜູ້ທີ 3 ຂອງ Uruguay ໃນອາຍຸການໃນ 2 ສະຕະວັດນີ້.