ພັກແລະລັດຍາມໃດກໍ່ເອົາໃຈໃສ່,ເບິ່ງແຍງດູແລເຖິງການຮັກສາສີສັນວັດທະນະທຳບັນດາເຜົ່າຫວຽດນາມ

ພັກແລະລັດຍາມໃດກໍ່ເອົາໃຈໃສ່,ເບິ່ງແຍງດູແລເຖິງການຮັກສາສີສັນວັດທະນະທຳບັນດາເຜົ່າຫວຽດນາມ - ảnh 1
ທ່ານ​ນາງ ຫງວຽນ​ທິຢ​ວານ ໄດ້​ໃຫ້​ການ​ຕ້ອ​ນ​ຮັບ​ຄະ​ນະ​ຜູ້​ແທນ​ເຊິ່ງ​ແມ່ນ​ເຈົ້າ​ກົກ​ເຈົ້າ​ເຫຼົ່າ, ນາຍ​ບ້ານ, ນັກ​ສິ​ລະ​ປິນ
(ພາບ: Lê Thơm - VOV)

(vovworld) – ​ຕອ​ນ​ເຊົ້າ​ວັ​ນ​ທີ 10/2, ທີ່​ສຳ​ນັກ​ງານ​ປະ​ທານ​ປະ​ເທດ, ທ່ານ​ນາງຮອງປະ​ທານ​​ປະ​ເທດ ຫງວຽນ​ທິຢ​ວານ ໄດ້​ໃຫ້​ການ​ຕ້ອ​ນ​ຮັບ​ຄະ​ນະ​ຜູ້​ແທນ​ເຊິ່ງ​ແມ່ນ​ເຈົ້າ​ກົກ​ເຈົ້າ​ເຫຼົ່າ, ນາຍ​ບ້ານ, ນັກ​ສິ​ລະ​ປິນ, ຜູ້​ມີ​ອິດ​ທິ​ພົນ​ຊື່​ສ​ຽງ​ຂ​ອງ 5 ຊົ​ນ​ເຜົ່າ​ສ່ວນ​ໜ້ອຍ​ທີ່​ມີ​ພົນ​ລະ​ເມືອງ​ຕ່ຳ​ກ່​ວາ 1000 ຄົນ. ທີ່​ການ​ພົບ​ປະ​, ທ່ານ​ນາງ​ຮອງ​ປະ​ທານ​ປະ​ເທດ ຫງວຽນ​ທິຢ​ວານ ຢັ້ງ​ຢືນ​ວ່າ: ພັກ ແລະ ລັດ ຍາມ​ໃດ​ກໍ່​ຕີ​ລາ​ຄາ​ສູງ​ບົດ​ບາດ​ຂອງ​ພໍ່​ແມ່​ປະ​ຊາ​ຊົນ​​ບັນ​ດາ​ເຜົ່າ, ມີຫຼາຍ​ນະ​ໂຍ​ບາຍ​ສະ​ເພາະ​ສຳ​ລັບ​ຊົນ​ເຜົ່າ​ສ່​ວນ​ໜ້ອຍ​ເວົ້​າ​ລ​ວມ, ພິ​ເສດ​ແມ່ນ​​ຊົນ​ເຜົ່າ​ສ່ວນ​ໜ້ອຍ ມີ​ພົນ​ລະ​ເມືອງ​ໜ້​ອຍ​ເວົ້າ​ສະ​ເພາະ. ທ່ານ​ນາງ​ຢືນຢັນ​ວ່າ: ແຕ່​ລະ​ຊົນ​ເຜົ່າ​ໃນ​ມະ​ຫາ​ຄອບ​ຄົວ​ບັນ​ດາ​ເຜົ່າ ຫວຽດ​ນາມ ລ້ວນ​ແຕ່​ມີ​ຄຸນ​ຄ່າ​ທີ່​ເປັນມູນ​ເຊື້ອ​ອັນ​ລ​້ຳ​ຄ່າ. ສະ​ເພາະ ທ່ານ​ນາງ​ຮອງ​ປະ​ທານ​ປະ​ເທດ ຊີ້​ແຈ້ງວ່າ: ພັກ ແລະ ລັດ ຍາມ​ໃດ​ກໍ່​ເອົາ​ໃຈ​ໃສ່, ເບິ່ງ​ແຍງ​ດູ​ແລ​ເຖິງ​ເລື່ອ​ງ​ຮັກ​ສາ​ສີ​ສັນ​ວັດ​ທະ​ນະ​ທຳ​ຊົນ​ເຜົ່າ ຫວຽດ​ນາມ. ພ້ອມ​ກັນ​ນັ້ນ, ບັນ​ດາ​ເຈົ້າ​ກົກ​ເຈົ້າ​ເຫຼົ່າ, ນາຍ​ບ້ານ, ນັກ​ສິ​ລະ​ປິນ, ຜູ້​ມີ​ອິດ​ທິ​ພົນ​ຊື່​ສ​ຽງ​ຂອງ​ບັນ​​ດາ​ຊົນ​ເຜົ່າ​ສ່ວນ​ໜ້ອຍ​ແມ່ນ​ແກ່ນ​ສານ, ນຳ​ໜ້າ, ​ມີ​ບົດ​ບາດ​ສຳ​ຄັນ​ໃນ​ການ​ຂົນ​ຂວາຍ​ພໍ່​ແມ່​ປະ​ຊາ​ຊົນ​ຂອງ​ຕົນ​ອະ​ນຸ​ລັກ​ຮັກ​ສາ​ສາງວັດ​ທະ​ນະ​ທຳ​ອັນ​ລ້ຳ​ຄ່າ​ຂອງ​ຊາດ. ທ່ານ​ນາງ​ຮອງ​ປະ​ທານ​ປະ​ເທດ ຫງວຽນ​ທິຢ​ວານ ສະ​ເໜີ: ກະ​ຊວງວັດ​ທະ​ນະ​ທຳ, ກິ​ລາ ແລະ ທ່ອງ​ທ່ຽວ ຄວນ​ຕັ້ງ​ໜ້າ​ຄົ້ນ​ຄ້​ວາ, ຜ​ັນ​ຂະ​ຫຍາຍ​ບັນ​ດາ​ເນື້ອ​ໃນ​ສົບ​ທົບ​ກັນ, ປະ​ຕິ​ບັດ​ບັນ​ດາ​ເນື້ອ​ໃນ​ອະ​ນຸ​ລັກ​ຮັກ​ສາ ແລະ ເສີມ​ຂະ​ຫຍາຍ​ບັນ​ດາ​ຄຸນ​ຄ່າ​ວັດ​ທະ​ນະ​ທຳ​ທີ່​ເປັນ​ມູນ​ເຊື້ອ​ຂອງ​ບັນ​ດາ​ເຜົ່າ ຫວຽດ​ນາມ ເປັນ​ຢ່າງ​ດີ.

 



ຂ່າວ/ບົດ​ອື່ນ