ພັດທະນາຕະຫຼາດແຫຼ່ງທຶນໃຫ້ວິສາຫະກິດເລີ່ມດຳເນີນທຸລະກິດໃໝ່
ທ່ານ ເວືອງດິ່ງເຫ້ວ ກ່າວຄວາມເຫັນນະທີ່ນີ້
(ພາບ: petrotimes)
(vovworld)- ໃນຕອນເຊົ້າ ວັນທີ 7/6, ຢູ່ນະຄອນໂຮ່ຈີມິນ, ໄດ້ດຳເນີນກອງປະຊຸມສຳມະນາ ພັດທະນາຕະຫຼາດແຫຼ່ງທຶນ ໃຫ້ວິສາຫະກິດເລີ່ມດຳເນີນທຸລະກິດໃໝ່. ທີ່ກອງປະຊຸມສຳມະນາ, ນອກຈາກການແບ່ງປັນບົດຮຽນ ໃນການລະດົມແຫຼ່ງທຶນລົງທຶນ ໃຫ້ວິສາກະກິດເລີ່ມດຳເນີນທຸກິດໃໝ່ ຢູ່ບັນດາປະເທດ ຄື: ອາເມລິກາ, ສ ເກົາຫຼີ, ອິດສະລາແອນ, ສິງກະໂປ… ບັນດາຜູ້ແທນ ສະເໜີ ລັດຖະບານ ຄວນມີກອບກົດໝາຍທີ່ສະດວກ ໃຫ້ບັນດານັກລົງທຶນ ແຫຼ່ງທຶນເຂົ້າບັນດາ ກອງທຶນລົງທຶນຄວາມສ່ຽງ (Venture Capital) ໃຫ້ວິສາຫະກິດດຳເລີ່ມເນີນທຸລະກິດໃໝ່. ຈາກປະສົບການ ຂອງຫຼາຍປະເທດສະແດງໃຫ້ເຫັນ, ຫວຽດນາມສາມາດລະດົມແຫຼ່ງທຶນ ຈາກບັນດາສະຖານທີ່ຕິດຕໍ່ຄ້າຂາຍຫຼັກຊັບ. ຄຽງຄູ່ກັນນັ້ນ, ລັດຖະບານຫວຽດນາມ ຕ້ອງມີແຫຼ່ງທຶນ ໃຫ້ກອງທຶນລົງທຶນຄວາມສ່ຽງ(Venture Capital). ກ່າວຄວາມເຫັນນະທີ່ນີ້, ທ່ານ ເວືອງດິ່ງເຫ້ວ, ຮອງນາຍົກລັດຖະມົນຕີ ໃຫ້ຮູ້ວ່າ: ຫວຽດນາມສູ້ຊົນຮອດ ປີ 2020 ມີ ວິສາຫະກິດ 1 ລ້ານແຫ່ງ. ເພື່ອບັນລຸຄາດໝາຍນີ້, ການພັດທະນາວິສາຫະກິດເລີ່ມດຳເນີນທຸລະກິດໃໝ່ ໄດ້ຖືເປັນວິທີທີ່ມີປະສິດທິຜົນ.
ລັດຖະບານຈະເຮັດຈົນສຸດຄວາມສາມາດຂອງຕົນ ເພື່ອໜູນຊ່ວຍວິສາຫະກິດ. ລັດຖະບານ ພວມຄົ້ນຄ້ວາ ກອບນິຕິກຳ ເພື່ອຮີບຮ້ອນສ້າງແຫຼ່ງທຶນຢ່າງວ່ອງໄວ, ເພື່ອນຳການດຳເນີນທຸລະກິດກາຍເປັນແທ້ຈິງ.