ຕອນເຊົ້າວັນທີ 7/1 ຢູ່ ຮ່າໂນ້ຍ, ສະມາຄົມມິດຕະພາບຫວຽດນາມ - ກຳປູເຈຍ, ສະຫະພັນບັນດາອົງການຈັດຕັ້ງມິດຕະພາບ ຫວຽດນາມ ພ້ອມກັບສະມາຄົມນັກຮົບເກົ່າຫວຽດນາມ ໄດ້ສົມທົບກັນຈັດຕັ້ງພິທີລະນຶກ 33 ປີ ແຫ່ງວັນໄຊຊະນະລະບອບດັບສູນຢູ່ ກຳປູເຈຍ (7/1/1979 - 7/1/2012). ເຂົ້າຮ່ວມພິທີມີທ່ານນາງ ຫງວຽນທິຢວານ ຮອງປະທານປະເທດຫວຽດນາມ, ທ່ານ ຫງວຽນວັນນີງ ຮອງນາຍົກລັດຖະມົນຕີ, ທ່ານນາງ Men Sam On ຮອງນາຍົກລັດຖະມົນຕີ ຜູ້ປະຈຳລັດຖະບານກຳປູເຈຍ, ປະທານສະມາຄົມມິດຕະພາບ ຫວຽດນາມ - ກຳປູເຈຍ ແລະ ທ່ານ Sam Than ຜູ້ຕາງຫນ້າອຸປະທູດ ສະຖານທູດກຳປູເຈຍປະຈຳຫວຽດນາມ. ນະທີ່ນີ້ ທ່ານ ຫວູໝາວ ປະທານສະມາຄົມມິດຕະພາບຫວຽດນາມ ແລະ ກຳປູເຈຍຊີ້ແຈງວ່າ: ໄຊຊະນະປະຫວັດສາດໃນວັນທີ 7/1/1979 ແມ່ນໄຊຊະນະຂອງຄວາມເປັນທຳ, ຂອງນ້ຳໃຈສາມັກຄີສູ້ຮົບລະຫວ່າງສອງຊາດ ຫວຽດນາມ ແລະ ກຳປູເຈຍ ທີ່ມີມູນເຊື້ອມາແຕ່ດົນນານ. ຕາງຫນ້າໃຫ້ປະຊາຊົນກຳປູເຈຍ, ທ່ານນາງ Men Sam On ຮອງນາຍົກລັດຖະມົນຕີ ກຳປູເຈຍ ໄດ້ສະແດງຄວາມຮູ້ບຸນຄຸນຢ່າງເລີກເຊິ່ງທີ່ມີຕໍ່ພັກ, ລັດ, ກອງທັບ ແລະ ປະຊາຊົນຫວຽດນາມ ທີ່ໄດ້ສະຫນັບສະຫນູນ, ການຊ່ວຍເຫລືອອັນໃຫຍ່ຫລວງໃຫ້ແກ່ກຳປູເຈຍໃນທຸກໄລຍະຕໍ່ສູ້ເພື່ອປົດປ່ອຍຊາດ, ກູ້ເອົາປະຊາຊົນ ກຳປູເຈຍ ຫລຸດພົ້ນອອກຈາກລະບອບດັບສູນ. ທ່ານນາງ Men Sam On ຢືນຢັນວ່າ: ຫລັກໝັ້ນຂອງລັດຖະບານ ແລະ ພັກປະຊາຊົນກຳປູເຈຍ ແມ່ນຕັດສິນໃຈສືບຕໍ່ປັບປຸງ ແລະ ເພີ່ມທະວີສາຍພົວພັນບ້ານໃກ້ເຮືອນຄຽງມິດຕະພາບລະຫວ່າງ ກຳປູເຈຍ ແລະ ຫວຽດນາມ. ເຂົ້າຮ່ວມພິທີຍັງມີບັນດາຜູ້ແທນຊຶ່ງແມ່ນທະຫານອາສາສະໝັກ, ຜູ້ຊ່ຽວຊານຫວຽດນາມ ທີ່ໄດ້ເຂົ້າຮ່ວມການສູ້ຮົບຢູ່ ກຳປູເຈຍ. ເມື່ອໄດ້ພົບປະກັບຜູ້ຮ່ວມກົມກອງ, ພ້ອມກັນຫວນຄືນບັນດາອະນຸສອນໃນການສູ້ຮົບເມື່ອປີ 1979, ລຸງ ຮ່ວາງຫງື ຊຶ່ງແມ່ນທະຫານອາສາສະໝັກກອງພົນ 4 ໄດ້ເວົ້າດ້ວຍຄວາມຕື້ນຕັນໃຈວ່າ:
“ ຂ້າພະເຈົ້າຄິດເຖິງແຕ່ລະໄລຍະທາງ, ແຕ່ລະບັ້ນຮົບ ຊຶ່ງພວກຂ້າພະເຈົ້າໄດ້ເຂົ້າຮ່ວມການສູ້ຮົບ, ຄິດເຖິງຄວາມເສຍສະຫລະອັນຍືດເຍື້ອຍາວນານ, ຄວາມຫຍຸ້ງຍາກລຳບາກຊຶ່ງທະຫານອາສາສະໝັກຫວຽດນາມໄດ້ຜ່ານຜ່າ. ຄຽງຂ້າງນັ້ນ ຂ້າພະເຈົ້າກໍບໍ່ອາດຫລົງລືມອາລົມຈິດ ລະຫວ່າງທະຫານ, ປະຊາຊົນຫວຽດນາມ ກັບທະຫານແລະ ປະຊາຊົນກຳປູເຈຍ. ນັ້ນແມ່ນອາລົມຈິດອ້າຍນ້ອງສະຫນິດຕິດພັນຄືໃນຄອບຄົວຫນຶ່ງ.“