(vovworld) – ຍອດລາຍຮັບງົບປະມານຂອງລັດພາຍຫຼັງ 11 ເດືອນລື່ນກາຍຕົວເລກຄາດໝາຍທັງປີ 100%, ດ້ວຍຈຳນວນເງິນບັນລຸປະມານ 789.600 ຕື້ດົງ. ວັນທີ 02/12, ຕາມແຫຼ່ງຂ່າວຈາກກະຊວງການເງິນຫວຽດນາມແລ້ວ, ຈຳນວນເງິນດັ່ງກ່າວທຽບເທົ່າ 100,9% ການຄາດຄະເນຂອງທັງປີ. ແຕ່ວ່າ, ຖ້າທຽບໃສ່ຕົວເລກລາຍງານຕໍ່ສະພາແຫ່ງຊາດ, ຈຳນວນລາຍຮັບໃນ 11 ເດືອນບັນລຸ 93,3%. ໃນຈຳນວນເງິນດັ່ງກ່າວ, ລາຍຮັບຈາກການເຄື່ອນໄຫວສົ່ງອອກພາຍຫຼັງ 11 ເດືອນບັນລຸກວ່າ 100% ເມື່ອທຽບໃສ່ແຜນການດ້ວຍຈຳນວນເງິນແມ່ນ 157.570 ຕື້ດົງ.
ກ່ຽວກັບລາຍຈ່າຍງົບປະມານ, ຕາມຕົວເລກສະຖິຕິຂະແໜງການເງິນໃຫ້ຮູ້ວ່າ, ລາຍຈ່າຍເທົ່າທຽບກັບ 92,7% ແຜນການທັງປີ.