ທ່ານປະທານາທິບໍດີ ຟີລີບປິນ Rodrigo Duterte
(ພາບ: EPA/TTXVN)
(vovworld) - ທ່ານປະທານາທິບໍດີ ຟີລີບປິນ Rodrigo Duterte ຢືນຢັນວ່າ ທ່ານຈະຮັກສາບັນດາສົນທິສັນຍາ ແລະ ພັນທະມິດການທະຫານທີ່ພວມປະກາດໃຊ້ໃນປະຈຸບັນກັບ ອາເມລິກາ, ເຊິ່ງແມ່ນພັນທະມິດຫລາຍປີຂອງປະເທດນີ້, ໂດຍບໍ່ຫົວຊາແຜນການຢຸດຕິການເຄື່ອນໄຫວຊ້ອມຮົບລວມກັບ ວໍຊິງຕັນ ໃນອະນາຄົດ. ວັນທີ 12/10, ກ່າວຄຳເຫັນຕໍ່ກຳລັງປົກປັກຮັກສາຝັ່ງທະເລ ຟີລີບປິນ, ທ່ານປະທານາທິບໍດີ Rodrigo Duterte ຢືນຢັນຄືນໃໝ່ວ່າ: ຈະບໍ່ຊ້ອມຮົບການທະຫານລວມກັບ ອາເມລິກາ ໃນປີ 2017, ແຕ່ວ່າ ໃຫ້ຄຳໝັ້ນສັນຍາວ່າການສຳພັນທະມິດດ້ານການທະຫານ ຍັງຄົງສືບຕໍ່ຢູ່ ແລະ ນະໂຍບາຍການຕ່າງປະເທດຂອງທ່ານແມ່ນຕາມທິດເອກະລາດ. ສ່ວນໜຶ່ງໃນນະໂຍບາຍການຕ່າງປະເທດຂອງທ່ານ Duterte ແມ່ນມຸ່ງໄປເຖິງ ຈີນ ແລະ ລັດເຊຍ ເຊິ່ງທ່ານປະທານາທິບໍດີ ຟີລີບປິນ ໄດ້ຍົກອອກໃນໄລຍະຜ່ານມາ ກໍ່ຄືມີແຜນການໄປຢ້ຽມຢາມ 2 ປະເທດດັ່ງກ່າວໃນໄລຍະຈະມາເຖິງ, ເລີ່ມຕົ້ນແມ່ນການຢ້ຽມຢາມ ຈີນ ໃນລະຫວ່າງວັນທີ 18 – 21/10.