ລັດຖະບານໄທໝັ້ນໝາຍຈຳກັດດ້ວຍລະດັບສູງສຸດໃນການແກ້ໄຂການແຫ່ຂະບວນປະທ້ວງ
ບັນດາຜູ້ແຫ່ຂະບວນປະທ້ວງປິດລ້ອມສຳນັກງານ
ກະຊວງປ້ອງກັນຊາດໄທທີ່ນະຄອນຫຼວງບາງກອກເມື່ອວັນທີ 28/11
(ພາບ: TTXVN)
|
(vovworld)- ໂຄສົກກະຊວງການຕ່າງປະເທດໄທ ເສກວັນນະເມທີ ໃຫ້ຮູ້ວ່າ ລັດຖະບານຂອງປະເທດນີ້ໃຫ້ຄຳໝັ້ນສັນຍາຈຳກັດດ້ວຍລະດັບສູງສຸດໃນການຮັບມືກັບກະແສຟອງແຫ່ຂະບວນປະທ້ວງທີ່ພວມແຜ່ລາມອອກກ້ວາງຢູ່ຕາມທ້ອງຖະໜົນ. ຕາມນັ້ນແລ້ວ, ບັນດາເຈົ້າໜ້າທີ່ອຳນາດການປົກຄອງທ້ອງຖິ່ນຕ່າງໆໄດ້ການຊີ້ນຳແມ່ນຕ້ອງຈຳກັດດ້ວຍລະດັບສູງສຸດໃນການສະກັດກັ້ນບັນດາການແຫ່ຂະບວນປະທ້ວງໂດຍໃຊ້ຄວາມຮຸນແຮງ. ໃນຂະນະນັ້ນ, ຜູ້ນຳພັກປະຊາທິບັດຢູ່ໄທ ທ່ານ ອະພິສິດເວດຊາຊີວະ ໃຫ້ຮູ້ເມື່ອຕອນຄ່ຳວັນທີ 28/11 ເວົ້າວ່າ ພັກຂອງທ່ານຈະສືບຕໍ່ບັນດາຄວາມມານະພະຍາຍາມພ້ອມກັບບັນດາຜູ້ເດີນຂະບວນປະທ້ວງເພື່ອໂຄນລົ້ມ “ ລະບອບ ທັກສິນ” ພັກປະຊາທິບັດໄດ້ໄດ້ຖະແຫຼງບໍ່ຮັບຮູ້ລັດຖະບານໃນປະຈຸບັນຂອງໄທ ແລະ ໃຫ້ຮູ້ວ່າ ບັ້ນເຄື່ອນໄຫວໂຄນລົ້ມອຳນາດການປົກຄອງຈະເລີ່ມຕົ້ນແຕ່ວັນທີ 29/11. ໃນຂະນະນັ້ນ, ປະຊາຄົມໂລກ, ໃນນັ້ນມີທັງສະຫະປະຊາຊາດ ພ້ອມກັບຫຼາຍປະເທດມະຫາອຳນາດຄື ຈີນ, ອາເມລິກາ, ອັງກິດ ໄດ້ອອກຖະແຫຼງການສະແດງຄວາມວິຕົກກັ່ງວົນກ່ຽວກັບສະພາບການເມືອງຢູ່ໄທ.