ລັດຖະມົນຕີການຕ່າງປະເທດອາເມລິກາໄປເຖິງເອີລົບເຈລະຈາກ່ຽວກັບບັນຫານິວເຄຼຍຂອງອີຣານ
ທ່ານລັດຖະມົນຕີວ່າການກະຊວງການຕ່າງປະເທດອາເມລິກາ John Kerry
(ພາບປະກອບ)
(vovworld) - ການໄປປະຕິບັດງານຢູ່ເອີລົບ ເລີ່ມແຕ່ທ້າຍອາທິດນີ້ຂອງທ່ານລັດຖະມົນຕີວ່າການກະຊວງການຕ່າງປະເທດອາເມລິກາ John Kerry ເພື່ອພົບປະກັບຄູ່ຮ່ວມຕຳແໜ່ງອີຣານ Mohammad Javad Zarif ໄດ້ຮັບຖືວ່າ ມີລັກສະນະຕັດສິນ ເພື່ອແນໃສ່ໃຫ້ຄຳຕອບຄຳຖາມທີ່ວ່າ ອາດສາມາດບັນລຸໄດ້ຂໍ້ຕົກລົງທີ່ມີລັກສະນະປະຫວັດສາດທີ່ກ່ຽວຂ້ອງເຖິງໂຄງການນິວເຄຼຍຂອງເຕເຣຣານ ໄດ້ ຫຼື ບໍ່. ໂຄສົກກະຊວງການຕ່າງປະເທດອາເມລິກາ Jeff Rathke ໃຫ້ຮູ້ວ່າ, ຈຸດໝາຍຂອງການພົບປະກັນໃນວັນທີ 30/05, ຢູ່ເຊີແນວ, ປະເທດສະວິດ ລະຫວ່າງທ່ານ John Kerry ແລະ ທ່ານ Mohammad Javad Zarif ແມ່ນຄວາມມານະພະຍາຍາມບັນລຸໄດ້ບັນດາບາດກ້າວ ມຸ່ງໄປເຖິງການລົງນາມໃນຂໍ້ຕົກລົງຮອບດ້ານກ່ອນກຳນົດເວລາກ່ຽວກັບໂຄງການນິວເຄຼຍຂອງເຕເຣຣານ ໃນວັນທີ 30/06. ເນື້ອໃນຕົ້ນຕໍຂອງການພົບປະກັນລະຫວ່າງ 2 ທ່ານແມ່ນຮັດແຄບບັນດາຄວາມບໍ່ລົງລອຍກັນກ່ຽວກັບຂໍ້ຕົກລົງຮອບດ້ານສຸດທ້າຍ.