ລັດຖະມົນຕີວ່າການກອງທັບເຮືອອາເມລິກາ ຢ້ຽມຢາມດ່ານັ້ງ
ທ່ານ Ray Mabus, ລັດຖະມົນຕີວ່າການລັດຖະມົນຕີວ່າການ
ກອງທັບເຮືອອາເມລິກາ, ຢ້ຽມຢາມມິດຕະພາບນະຄອນດ່ານັ້ງ
(ພາບ: vnexpress.net)
(vovworld) – ວັນທີ 09/04, ທີ່ການຕ້ອນຮັບທ່ານ Ray Mabus, ລັດຖະມົນຕີວ່າການກອງທັບເຮືອອາເມລິກາ, ພວມມີການຢ້ຽມຢາມມິດຕະພາບນະຄອນດ່ານັ້ງ, ທ່ານ ຮີງດຶກເທີ, ປະທານຄະນະກຳມະການປະຊາຊົນນະຄອນດ່ານັ້ງ ໄດ້ແຈ້ງໃຫ້ຊາບບາງຈຸດຕົ້ນຕໍ່ກ່ຽວກັບສະພາບເສດຖະກິດສັງຄົມຂອງທ້ອງຖິ່ນ. ທ່ານຮີງດຶກເທີ ໃຫ້ຮູ້ວ່າ, ປະຈຸບັນ, ລະດັບການລົງທຶນຂອງອາເມລິກາ ເຂົ້າດ່ານັ້ງ ຍັງຈຳກັດຢູ່. ດ່ານັ້ງ ເອົາໃຈໃສ່ດຶງດູດການລົງທຶນຈາກຕ່າງປະເທດ, ໃນນັ້ນມີອາເມລິກາ ໃນຂົງເຂດເຕັກໂນໂລຊີສູງ, ການສຶກສາ, ສາທາລະນະສຸກ. ທ່ານຮີງດຶກເທີ ກໍ່ຊົມເຊີຍອາເມລິກາ ອຸປະຖຳເຄື່ອງອຸປະກອນ 100 ຊຸດໃຫ້ສູນປ້ອງກັນ, ຕ້ານໄພທຳມະຊາດດ່ານັ້ງ, ປະກອບສ່ວນຫຼຸດຜ່ອນຄວາມເສຍຫາຍຈາກທຳມະຊາດກໍ່ຂຶ້ນ.
ທີ່ການພົບປະ, ທ່ານ Ray Mabus ໃຫ້ຮູ້ວ່າ, ນີ້ແມ່ນຄັ້ງທີ 3 ທ່ານມາຫວຽດນາມ ແລະ ເປັນຄັ້ງທຳອິດມາຢ້ຽມຢາມນະຄອນດ່ານັ້ງ. ກ່ຽວກັບການຮ່ວມມືຝຶກອົບຮົມລະຫວ່າງເຫຼົ່າທັບເຮືອ 2 ປະເທດ, ທ່ານ Ray Mabus ໃຫ້ຮູ້ວ່າ, ຈະເພີ່ມທະວີການຮັບປະກັນເສັ້ນທາງເດີນທະເລໃຫ້ທະລຸລ່ວງ, ຮັບປະກັນການເດີນທະເລຢ່າງເສລີ ແລະ ການຄ້າຢູ່ທະເລຕາເວັນອອກ. ເນື່ອງໃນໂອກາດນີ້, ທ່ານ Ray Mabus ໄດ້ໄປຢ້ຽມຢາມ ກໍ່າປັ່ນກອງທັບເຮືອອາເມລິກາ 2 ລຳ ພວມຈອດຢູ່ທ່າກໍ່າປັ່ນ ຕຽນຊາ, ນະຄອນດ່ານັ້ງ.