ລັດຖະມົນຕີວ່າການກະຊວງການຕ່າງປະເທດ ອີຮານ Mohammad Javad Zarif
(ພາບ: AFP/TTXVN)
|
(vovworld) - ການເຈລະຈາກ່ຽວກັບບັນຫານິວເຄຼຍຖືກດຳເນີນໄປໃນວັນທີ 14/1, ລະຫວ່າງລັດຖະມົນຕີວ່າການກະຊວງການຕ່າງປະເທດ ອີຮານ Mohammad Javad Zarif ແລະ ຄູ່ຕຳແໜ່ງ ອາເມລິກາ John Kerry, ຢູ່ ເຊີແນວ, ປະເທດສະວິດ. ນີ້ໄດ້ຮັບຖືວ່າແມ່ນການພົບປະເພື່ອແນໃສ່ກະກຽມໃຫ້ການເຈລະຈາຄົບຖ້ວນລະຫວ່າງ ອີຣານ ກັບຜູ້ຕາງໜ້າກຸ່ມ P5+1 (ເຊິ່ງລວມມີ 5 ປະເທດສະພາຄວາມໝັ້ນຄົງ ສປຊ ແມ່ນ: ອາເມລິກາ, ອັງກິດ, ຝຣັ່ງ, ລັດເຊຍ, ຈີນ ແລະ ເຢຍລະມັນ), ຄາດວ່າຈະໄດ້ຮັບການເຊື່ອມຕໍ່ໃນວັນທີ 18/1 ຈະມາເຖິງ. ກ່າວຄຳເຫັນຕໍ່ວົງການນັກຂ່າວ, ທ່ານ Mohammad Javad Zarif ຢືນຢັນວ່າ: ນີ້ແມ່ນການພົບປະສຳຄັນເຊິ່ງທັງ 2 ຝ່າຍລ້ວນແຕ່ສະແດງສະຕິກຽມພ້ອມຊຸກຍູ້ດຳເນີນການເຈລະຈາເພື່ອແນໃສ່ທຳລາຍສະພາບບໍ່ມີທາງອອກ ເຊິ່ງເຄີຍເຮັດໃຫ້ບັນດາຝ່າຍບໍ່ບັນລຸໄດ້ຂໍ້ຕົກລົງຢ່າງຄົບຖ້ວນກ່ຽວກັບໂຄງການນິວເຄຼຍ ຂອງ ອີຣານ ໃນຈຸດເວລາສຸດທ້າຍແມ່ນກ່ອນວັນທີ 24/11/2014. ເຖິງຢ່າງໃດກໍ່ຕາມ, ເມື່ອເຕື້ອງເຖິງຄວນສາມາດບັນລຸໄດ້ຂໍ້ຕົກລົງສຸດທ້າຍໃນວັນທີ 1/7 ຈະມາເຖິງ, ທ່ານ Mohammad Javad Zarif ຍັງຕອບວ່າ “ພວກຂ້າພະເຈົ້າຈະມານະພະຍາຍາມ”.