ທ່ານລັດຖະມົນຕີວ່າການກະຊວງການຕ່າງປະເທດ ເຢຍລະມັນ Frank Walter Steinmeier
(ພາບ: AFP/TTXVN)
|
(vovworld) – ທ່ານລັດຖະມົນຕີວ່າການກະຊວງການຕ່າງປະເທດ ເຢຍລະມັນ Frank Walter Steinmeier ໄດ້ເຈລະຈາກັບຄູ່ຕຳແໜ່ງ ອີຣານ Mohammad Javad Zarif ຢູ່ນະຄອນຫຼວງ ແບກແລງ, ປະເທດ ເຢຍລະມັນ ກ່ຽວກັບໂຄງການນິວເຄຼຍຂອງ ເຕເຮຣານ. ກ່າວຄຳເຫັນຕໍ່ວົງການນັກຂ່າວພາຍຫຼັງການເຈລະຈາ, ທ່ານລັດຖະມົນຕີ Steinmeier ໃຫ້ຮູ້ວ່າ: 2 ຝ່າຍໄດ້ຮັບຮູ້ລວມວ່າ: ວິວັດທະນາການເຈລະຈາກ່ຽວກັບໂຄງການນິວເຄຼຍ ອີຣານ ພວມຢູ່ໃນ “ໄລຍະຕັດສິນຊີ້ຂາດ”. ຕາມທ່ານແລ້ວ, ເວລາກຳນົດສຸດທ້າຍໃຫ້ແກ່ຂໍ້ຕົກລົງສຸດທ້າຍກ່ຽວກັບບັນຫາດັ່ງກ່າວໄດ້ຮັບການຕໍ່ກຳນົດເວລາເຖິງ 2 ຄັ້ງແລ້ວ ບໍ່ມີສາຍເຫດໃດພາໃຫ້ຝ່າຍຕ່າງໆສືບຕໍ່ແກ່ຍາວວິວັດການນີ້ອີກ. ທ່ານກໍ່ເນັ້ນໜັກວ່າ: ອີຣານຕ້ອງຍຸບເລີກຈຸດໝາຍພັດທະນາອາວຸດນິວເຄຼຍຕາມວິທີກະຈ່າງແຈ້ງ, ຄວບຄຸມງ່າຍ ແລະ ຍາວນານ, ແທນທີນັ້ນບັນດາຄຳສັ່ງລົງໂທດເລັ່ງໃສ່ ເຕເຮຣານ ຈະຍົກເລີກເທື່ອລະກ້າວຕາມວິທີທີ່ໜ້າໄວ້ເນື້ອເຊື່ອໃຈ.
ສ່ວນທ່ານລັດຖະມົນຕີວ່າການກະຊວງການຕ່າງປະເທດ Zarif ສະແດງເຈດຕະນາດີຂອງ ອີຣານ ທີ່ຢາກກຳແໜ້ນໂອກາດໃນປະຈຸບັນເພື່ອບັນລຸໄດ້ສັນຕິພາບ, ຄວາມສະຫງົບ ແລະ ຄວາມຍຸຕິທຳ. ທ່ານ Zarif ຕີລາຄາສູງບົດບາດ ແລະ ຄວາມມານະພະຍາຍາມຂອງ ເຢຍລະມັນ ໃນການຊຸກຍູ້ການເຈລະຈາໂຄງການນິວເຄຼຍຂອງ ອີຣານ.