ລັດເຊຍຫວັງວ່າອາເມລິກາຈະຮ່ວມມືຢ່າງມີປະສິດທິຜົນກວ່າໃນການຕ້ານກໍ່ການຮ້າຍ
(ທ່ານລັດຖະມົນຕີວ່າການກະຊວງ
ການຕ່າງປະເທດລັດເຊຍ Sergey Lavrov)
(vovworld) – ທ່ານລັດຖະມົນຕີວ່າການກະຊວງການຕ່າງປະເທດລັດເຊຍ Sergey Lavrov ຖືວ່າ, ລັດເຊຍ ແລະ ອາເມລິກາ ອາດສາມາດຮ່ວມມືຢ່າງມີປະສິດທິຜົນກວ່າໃນການຕ້ານກໍ່ການຮ້າຍ, ໃນນັ້ນມີບັນດາກຸ່ມກໍ່ການຮ້າຍຢູ່ຊີຣີ. ວັນທີ 30/10, ກ່າວຄຳເຫັນພາຍຫຼັງກອງປະຊຸມສາກົນກ່ຽວກັບວິກິດການຊີຣີ ຢູ່ນະຄອນຫຼວງວຽນ, ປະເທດອົດຕະລິດ, ທ່ານລັດຖະມົນຕີການຕ່າງປະເທດລັດເຊຍ Sergey Lavrov ຊີ້ແຈ້ງວ່າ, ນັບແຕ່ເລີ່ມຕົ້ນບັ້ນບຸກໂຈມຕີທາງອາກາດໃສ່ອົງການຈັດຕັ້ງລັດອິດສະລາມ IS ອ້າງຊື່ເອງ, ຍາມໃດລັດເຊຍ ກໍສະເໜີໃຫ້ອາເມລິກາ ສົມທົບກັນເຄື່ອນໄຫວ, ແຕ່ອາເມລິກາ ພຽງແຕ່ມີຂ້ໍຕົກລົງກົນໄກຫຼິກລ້ຽນບັນດາການປະທະກັນໂດຍບັງເອີ້ນ. ທ່ານລັດຖະມົນຕີການຕ່າງປະເທດລັດເຊຍ Sergey Lavrov ເນັ້ນໜັກວ່າ, ລັດເຊຍ ແລະ ອາເມລິກາ ລ້ວນແຕ່ມີ “ສັດຕູຮ່ວມ” ແລະ ຕ້ອງມານະພະຍາຍາມຢ່າງສຸດຂີດເພື່ອບໍ່ໃຫ້ສັດຕູ້ນັ້ນຍາດໄດ້ສິດອຳນາດຢູ່ຊີຣີ ຫຼື ບໍ່ວ່າປະເທດໃດໆ.