ລີບີຍອມຮັບບຸກໂຈມຕີກຳປັ່ນຂົນສົ່ງນ້ຳມັນຂອງເກຼັກ
ກຳປັ່ນ ARAEVO
|
(vovworld) – ວັນທີ 5/1, ກຳລັງທັບອາກາດຂອງລັດຖະບານ ລີບີ ຖະແຫຼງວ່າ: ໄດ້ບຸກໂຈມຕີກຳປັ່ນຂົນສົ່ງນ້ຳມັນທີ່ “ເປັນໜ້າສົງໄສ” ຂອງ ເກຼັກ ຢູ່ທ່າກຳປັ່ນ Derna ທາງພາກຕາເວັນອອກ ລີບີ. ໂຄສົກກອງທັບແຫ່ງຊາດ ລີບີ (LNA) Ahmad Al – Mismari ຢັ້ງຢືນວ່າ: ຍ້ອນກຳປັ່ນຂົນສົ່ງນ້ຳມັນມີຊື່ວ່າ: ARAEVO ໄດ້ຊັກທຸງຂອງ Liberia ແລະ ບໍ່ປະຕິບັດບັນດາຄຳສັ່ງຢຸດໄວ້ເພື່ອກວດກາກ່ອນທີ່ເຂົ້າທຽບທ່າ Derna ດັ່ງນັ້ນກຳລັງທັບອາກາດ ລີບີ ໄດ້ບຸກໂຈມຕີກຳປັ່ນລຳນີ້. ປະຈຸບັນ, ທ່າກຳປັ່ນ Derna ພວມຂຶ້ນກັບສິດຄວບຄຸມຂອງກຳລັງສະໜັບສະໜູນ “ລັດອິດສະລາມ” (IS) ອ້າງຊື່ເອງ, ດັ່ງນັ້ນ, ຫຼາຍເທື່ອແລ້ວ LNA ໄດ້ຖະແຫຼງຈະບຸກໂຈມຕີບັນດາກຳປັ່ນທີ່ເຂົ້າທຽບທ່າກຳປັ່ນນີ້.