(vovworld) - ຕອນເຊົ້າວັນທີ 30/6, ສະຫະພັນຊາວໜຸ່ມ ຫວຽດນາມ ນະຄອນ ໂຮ່ຈີມິນ ສົມທົບກັບສູນໜູນຊ່ວຍຊາວໜຸ່ມກຳມະກອນ ຈັດຕັ້ງວັນບຸນຄອບຄົວໜຸ່ມ ແລະ ຍ້ອງຍໍຊົມເຊີຍຄອບຄົວໜຸ່ມທີ່ດີເດັ່ນປີ 2013. ອ້າຍ ເຢືອງງອກຕ໋ວນ, ຮອງປະທານສະຫະພັນຊາວໜຸ່ມ ຫວຽດນາມ ນະຄອນ ໂຮ່ຈີມິນ, ໃຫ້ຮູ້ວ່າ:
“ວັນບຸນໄດ້ຮັບການຈັດຕັ້ງແນໃສ່ສ້າງໂອກາດເພື່ອພົບປະແລກປ່ຽນກ່ຽວກັບຄວາມສຸກໃນຄອບຄົວ ໃຫ້ບັນດາຄອບຄົວຊາວໜຸ່ມກຳມະກອນຢູ່ເຂດຊຸມຊົນ, ເຂດອຸດສາຫະກຳໃນນະຄອນ ແລະ ບັນດາຄອບຄົວພະນັກງານຊາວໜຸ່ມ - ພະນັກງານສະມາຄົມຊາວໜຸ່ມທີ່ດີເດັ່ນ. ນີ້ກໍ່ແມ່ນໂອກາດເພື່ອໃຫ້ບັນດາຄອບຄົວພ້ອມກັນໃຫ້ຄຳປຶກສາ, ສຶກສາ ກ່ຽວກັບວິທີ - ລ້ຽງລູກທີ່ດີ, ວິທີແຕ່ງກິນທີ່ມີທາດບຳລຸງໃຫ້ແກ່ຄອບຄົວ”
54 ຄອບຄົວຊາວໜຸ່ມກຳມະກອນ, ຄອບຄົວພະນັກງານສະມາຄົມຊາວໜຸ່ມທີ່ດີ່ເດັ່ນໃນການອອກແຮງງານທຳການຜະລິດ, ເຄື່ອນໄຫວວຽກງານຊາວໜຸ່ມ - ສະມາຄົມຊາວໜຸ່ມ, ລ້ຽງດູລູກ ແລະ ສ້າງຄວາມສຸກໃຫ້ຄອບຄົວໄດ້ຮັບການເຊີດຊູໃນວັນບຸນນີ້.