ວັນບຸນອາຊຽນຢູ່ຝລັ່ງຖືກດຳເນີນຢ່າງຟົດຟື້ນ

(VOVWORLD) -ວັນທີ 29 ກໍລະກົດ, ສະຖານທູດບັນດາປະເທດສະມາຊິກອາຊຽນ ປະຈຳຝລັ່ງ ໄດ້ຈັດ “ວັນຄອບຄົວອາຊຽນ” ຢູ່ນະຄອນ Sroissy sur Seine, ທາງທິດຕາເວັນຕົກນະຄອນຫຼວງປາຣີ.

ວັນບຸນອາຊຽນຢູ່ຝລັ່ງຖືກດຳເນີນຢ່າງຟົດຟື້ນ - ảnh 1 ວັນບຸນອາຊຽນຢູ່ຝລັ່ງຖືກດຳເນີນຢ່າງຟົດຟື້ນ

(ພາບ: Vietnam+)

ວັນບຸນອາຊຽນ ຖືກດຳເນີນໄປຢ່າງຟົດຟື້ນ ດ້ວຍການເຄື່ອນໄຫວພົບປະແລກປ່ຽນ, ບັນເທິງ, ແຂ່ງຂັນກິລາລະຫວ່າງບັນດາອົງການຕາງໜ້າຂອງບັນດາປະເທດສະມາຊິກອາຊຽນ. ທ່ານເອກອັກຄະລັດຖະທູດຫວຽດນາມ ປະຈຳຝລັ່ງ ຫວຽນຫງອກເຊີນ ໃຫ້ຮູ້ວ່າ, ຫວຽດນາມ ໄດ້ຕັ້ງໜ້າປະກອບສ່ວນເຂົ້າໃນການຈັດຕັ້ງເຫດການນີ້. ບັນດາເຍື່ອງອາຫານຂອງຫວຽດນາມ ທີ່ແນະນຳຢູ່ທີ່ນີ້ໄດ້ຮັບຄວາມສົນໃຈຈາກເພື່ອນມິດສາກົນ. ຄຽງຂ້າງນັ້ນແມ່ນການເຄື່ອນໄຫວພົບປະແລກປ່ຽນ, ກິລາ, ບັນດາການລະຫຼິ້ນ, ບັນດາປະເທດອາຊຽນ ກໍ່ຕັ້ງໜ້າແນະນຳວັດທະນະທຳອາຫານການກິນທີ່ເປັນເອກະລັກສະເພາະ.

ຕອບກັບ

ຂ່າວ/ບົດ​ອື່ນ