ວັນວັດທະນະທຳຫວຽດ ນາມຢູ່ສ.ເຊັກ
(ພາບ: Quang Vinh/Vietnam+)
(vovworld)- ວັນວັດທະນະທຳຫວຽດນາມ ໄດ້ຈັດຂຶ້ນຢ່າງຟົດຟື້ນມ່ວນຊື່ນເມື່ອຕອນບ່າຍວັນທີ 22/6, ນະຄອນຫຼວງ ປາຣາຮາ ປະເທດສ.ເຊັກ ໂດຍອົງການ Info Dracek ຈັດຕັ້ງຂຶ້ນ. ອົງການ Info Dracek ແມ່ນອົງການພົນລະເມືອງຂອງປະເທດ ສ.ເຊັກ ເຄີຍເປັນເຈົ້າພາບຈັດບັນດາການເຄື່ອນໄຫວໂຄສະນາວັດທະນະທຳຫວຽດນາມ ຢູ່ ສ.ເຊັກ, ຊ່ວຍປະຊາຊົນສອງປະເທດເຂົ້າໃຈຊື່ງກັນ ແລະ ກັນ ກໍ່ຄືສ້າງເງື່ອນໄຂສະດວກເພື່ອໃຫ້ປະຊາຄົມຊາວຫວຽດນາມ ເຊື່ອມໂຍງກັບວົງຄະນາຍາດແຕ່ຍັງຮັກສາສີສັນຂອງຕົນໄວ້ຢູ່. ຜ່ານບັນດາການເຄື່ອນໄຫວວັດທະນະທຳ-ສິລະປະ-ອາຫານການກິນ, ອົງການ Info Dracek ປາດຖະໜາວ່າຈະທຳລາຍຮົ້ວກີດຂວາງລະຫວ່າງປະຊາຄົມຊາວຕ່າງປະເທດ ກັບປະເທດທີ່ຕົນອາໄສ. ໂດຍໄດ້ດຳເນີນໃນຂອບເຂດ Festival ອາຊີ, ວັນວັດທະນະທຳຫວຽດນາມ ປີນີ້ ໄດ້ເຕົ້າໂຮມຜູ້ດີເດັ່ນຫຼາຍຄົນ ໃນຈຳນວນບັນດາຜູ້ເຄື່ອນໄຫວດ້ານວັດທະນະທຳ-ສິລະປະໃນປະຊາຄົມຊາວຫວຽດນາມ ອາໄສຢູ່ ສ.ເຊັກ. ເຫດການນີ້ຍັງໄດ້ດຶງດູດການ ເຂົ້າຮ່ວມຂອງຊາວທ້ອງຖິ່ນ 400 ຄົນ ອີກດ້ວຍ./.