“ວັນ Busan 2015” ຢູ່ນະຄອນໂຮ່ຈິມິນ
“ວັນ Busan 2015” ຢູ່ນະຄອນໂຮ່ຈິມິນ
(ພາບ: hiec.org.vn)
(vovworld) - ເນື່ອງໃນໂອກາດສະເຫຼີມສະຫຼອງ 20 ປີແຫ່ງວັນສ້າງຕັ້ງການພົວພັນມິດຕະພາບລະຫວ່າງນະຄອນໂຮ່ຈິມິນ ແລະ ນະຄອນ Busan, ສ.ເກົາຫຼີ, ວັນທີ 24/07, ຢູ່ຫໍວັດທະນະທຳຊາວໜຸ່ມ, ຄະນະກຳມະການປະຊາຊົນນະຄອນໂຮ່ຈິມິນ ແລະ ນະຄອນ Busan ໄດ້ຈັດ “ວັນ Busan 2015” ດ້ວຍການເຂົ້າຮ່ວມຂອງໄວໜຸ່ມ, ນັກສຶກສາ, ນັກຮຽນ ແລະ ປະຊາຊົນເປັນສຳນວນຫຼວງຫຼາຍ. ກ່າວຄຳເຫັນໄຂພິທີ, ທ່ານ Suh Byung Soo, ເຈົ້າຄອງນະຄອນ Busan ຢືນຢັນວ່າ: ຜ່ານໄລຍະ 20 ປີແຫ່ງວັນສ້າງຕັ້ງການພົວພັນມິດຕະພາບລະຫວ່າງ 2 ນະຄອນ, ການພົວພັນນີ້ນັບມື້ນັບໄດ້ຮັບການປັບປຸງ, ເພີ່ມພູນຄຸນສ້າງ ແລະ ພັດທະນາຢ່າງບໍ່ຢຸດຢັ້ງ. “ວັນ Busan 2015” ຢູ່ນະຄອນໂຮ່ຈິມິນ ໄດ້ຈັດຕັ້ງດ້ວຍບັນດາການເຄື່ອນໄຫວທີ່ອຸດົມສົມບຸນ, ດຶງດູດໃຈ ຈະແມ່ນຂົວເຊື່ອມຕໍ່ເພື່ອຮັດແໜ້ນການພົວພັນລະຫວ່າງ 2 ນະຄອນ, ພ້ອມທັງເພີ່ມທະວີການພົບປະແລກປ່ຽນວັດທະນະທຳຂອງປະຊາຊົນ 2 ປະເທດ.
ບັນດາການເຄື່ອນໄຫວໃນວັນບຸນໄດ້ດຳເນີນໄປຢ່າງຟົດຟື້ນ, ອຸດົມສົມບູນ ດ້ວຍບັນດາຮ້ານສາງສະແດງສິນຄ້າສະເພາະຄື: ໂຄສະນາກ່ຽວກັບນະຄອນ Busan, ເຂດວັດທະນະທຳ, ອາຫານພື້ນເມືອງຂອງສ.ເກົາຫຼີ, ບັນດາລາຍການສະແດງສິລະປະ, ນຸ່ງຊຸດອາພອນສ.ເຫົາຫຼີ, ການລະຫຼິ້ນພື້ນເມືອງ Yutnori…