(ພາບປະກອບ)
(vovworld) – ນະໂຍບາຍພາສີ, ບັນດາມາດຕະການປົກປ້ອງສິດຊັບສິນທາງປັນຍາ, ແຫຼ່ງຊັບພະຍາກອນມະນຸດ…ແມ່ນບັນດາບັນຫາທີ່ບັນດາວິສາຫະກິດເຂດ Liguria, ອີຕາລີ ມີຄວາມເອົາໃຈໃສ່ເປັນພິເສດ ແລະ ຕັ້ງຫລາຍຄຳຖາມໃນການໂອ້ລົມສົນທະນາສົ່ງເສີມການຄ້າການລົງທຶນເຂົ້າ ຫວຽດນາມ ໂດຍສະຖານທູດ ຫວຽດນາມ, ຫ້ອງການການຄ້າ ແລະ ອຸດສາຫະກຳນະຄອນ Genova ແລະ ສະມາຄົມມິດຕະພາບ ອີຕາລີ - ຫວຽດນາມ ສາຂາເຂດ Loguria ສົມທົບກັນຈັດຕັ້ງໃນວັນທີ 26/04 ຢູ່ນະຄອນ Genova ອີຕາລີ. ກ່່າວຄຳເຫັນທີ່ການໂອ້ລົມສົນທະນາ, ທ່ານ ກາວຈີງທ້ຽນ ເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ອີຕາລີ ເນັ້ນໜັກວ່າ: 2 ປະເທດຄວນເອົາໃຈໃສ່ເປັນພິເສດເຖິງການຍູ້ແຮງການຮ່ວມມືດ້ານເສດຖະກິດ, ການຄ້າ, ການລົງທຶນໃຫ້ເໝາະສົມກັບຄວາມສາມາດບົ່ມຊ້ອນຂອງ 2 ຝ່າຍ ກໍ່ຄືປະຫວັດສາດແຫ່ງການພົວພັນທີ່ເປັນມູນເຊື້ອອັນດີງາມທີ່ມີຢູ່ແລ້ວ. ຕາມທ່ານເອກອັກຄະລັດຖະທູດ ກາວຈີງທ້ຽນ ໂດຍຜ່ານຕະຫລາດ ຫວຽດນາມ, ບັນດາວິສາຫະກິດ ອີຕາລີ ມີຄວາມສາມາດເປີດກ້ວາງການລົງທຶນ, ການຄ້າຕື່ມອີກ ເຖິງບັນດາປະເທດສະມາຊິກສະມາຄົມປະຊາຊາດອາຊີຕາເວັນອອກສ່ຽງໃຕ້ (ອາຊຽນ)
ທ່ານ Paolo Odone ປະທານຫ້ອງການການຄ້ານະຄອນ Genova ຊີ້ແຈ້ງວ່າ: ຫ້ອງການການຄ້າ ແລະ ອຸດສາຫະກຳ Genova ປາດຖະໜາຢາກຊຸກຍູ້ບັນດາກາລະໂອກາດທຳມາຫາກິນຢູ່ຕ່າງປະເທດ, ພິເສດແມ່ນຢູ່ບັນດາຕະຫລາດທີ່ມີຄວາມສາມາດບົ່ມຊ້ອນຄື ຫວຽດນາມ.