ທ່ານຮອງນາຍົກລັດຖະມົນຕີ Nguyen Thien Nhan ທີ່ວາລະປະຊຸມ
(ພາບ:laodong.com.vn)
( vovworld ) – ຕອນເຊົ້າວັນທີ 19/7, ທີ່ສຳນັກງານລັດຖະບານ, ສະພາການພັດທະນາແບບຍືນຍົງ ແລະ ຍົກສູງຄວາມສາມາດແກ່ງແຍ້ງແຫ່ງຊາດໄດ້ຈັດວາລະປະຊຸມຄັ້ງປະຖົມມະເລີກ ໂດຍພາຍໃຕ້ການເປັນປະທານຂອງທ່ານຮອງນາຍົກລັດຖະມົນຕີ Nguyen Thien Nhan. ສະພາການພັດທະນາແບບຍືນຍົງ ແລະ ຍົກສູງຄວາມສາມາດແກ່ງແຍ້ງແຫ່ງຊາດ ມີໜ້າທີ່ເປັນເສນາທິການ, ເປັນທີ່ປຶກສາຊ່ວຍລັດຖະບານ, ນາຍົກລັດຖະມົນຕີຊີ້ນຳການສ້າງ ແລະ ປະຕິບັດຍຸດທະສາດ, ນະໂຍບາຍ, ບັນດາລາຍການ, ໜ້າທີ່ ແລະ ການເຄື່ອນໄຫວກ່ຽວກັບການພັດທະນາແບບຍືນຍົງ ແລະ ຍົກສູງຄວາມສາມາດແກ່ງແຍ້ງ; ພ້ອມກັບບັນດາມາດຕະການເພື່ອແນໃສ່ປະຕິບັດການພັດທະນາແບບຍືນຍົງ ແລະ ຍົກສູງຄວາມສາມາດແກ່ງແຍ້ງ. ໜ້າທີ່ໃຫ້ບຸລິມະສິດອື່ນຂອງສະພາແມ່ນຕີລາຄາການປະຕິບັດບັນດາຈຸດໝາຍ, ຄາດໝາຍການພັດທະນາແບບຍືນຍົງ ຕາມການກຳນົດທິດຍຸດທະສາດການພັດທະນາແບບຍືນຍົງຢູ່ຫວຽດນາມ ໂດຍນາຍົກລັດຖະມົນຕີໄດ້ເຊັນອະນຸມັດ…. ເມື່ອປຶກສາຫາລືກ່ຽວກັບເນື້ອໃນນີ້, ບັນດາຜູ້ແທນລ້ວນແຕ່ໄດ້ເຫັນດີເປັນເອກະສັນໂດຍຖືວ່າ: ການກຳນົດທິດບຸລິມະສິດ ເພື່ອການພັດທະນາປະເທດຊາດແບບຍືນຍົງໃນໄລຍະ 2011-2020 ແມ່ນສຸມໃສ່ການຮັກສາການເຕີບໂຕດ້ານເສດຖະກິດແບບຍືນຍົງ, ຍົກສູງຄຸນນະພາບການເຕີບໂຕ, ຮັບປະກັນເສດຖະກິດມະຫາພາກເປັນປົກກະຕິ….