ສັນຍານສະແດງໃຫ້ເຫັນ ສປປ.ເກົາຫຼີ ອາດຈະກະກຽມທົດລອງລະເບີດນິວເຄຼຍ

(VOVWORLD) - ວັນທີ 11 ມັງກອນ, ໜ້າເວັບ 38 North ຂອງສະຖາບັນຄົ້ນຄວ້າ ອາເມລິກາ - ສປປ.ເກົາຫຼີ ສັງກັດມະຫາວິທະຍາໄລ John Hopkins ມີສຳນັກງານຕັ້ງຢູ່ ວໍຊິງຕັນ (ອາເມລິກາ) ໃຫ້ຮູ້ວ່າ
ສັນຍານສະແດງໃຫ້ເຫັນ ສປປ.ເກົາຫຼີ ອາດຈະກະກຽມທົດລອງລະເບີດນິວເຄຼຍ - ảnh 1 ສະໜາມທົດລອງນິວເຄຼຍ Punggye-ri (ພາບ:  REUTERS/TTXVN)

ພຽງຢາງ ໄດ້ດຳເນີນການຂຸດອຸໂມງ ດ້ວຍປະລິມານວຽກງານຫລາຍສົມຄວນຢູ່ເບີ້ນພູທາງທິດຕາເວັນຕົກ ຂອງສະໜາມທົດລອງນິວເຄຼຍ Punggye-ri. ນີ້ແມ່ນສັນຍານສະແດງໃຫ້ເຫັນວ່າ ພຽງຢາງ ອາດຈະພວມກະກຽມດຳເນີນເຫດທົດລອງລະເບີດອື່ນ.

        ຕາມເວັບດັ່ງກ່າວແລ້ວ, ບັນດາຮູບຖ່າຍຈາກດາວທຽມ ໄດ້ສະແດງໃຫ້ເຫັນວ່າ ບັນດາການເຄື່ອນໄຫວຢູ່ເຂດປະຕູຕາເວັນຕົກໄດ້ເພີ່ມຂຶ້ນພໍສົມຄວນໃນຕະຫລອດເດືອນ ທັນວາ 2017. ບັນດາການເຄື່ອນໄຫວດັ່ງກ່າວ ສະແດງໃຫ້ເຫັນວ່າ ສປປ.ເກົາຫຼີ ພວມສືບຕໍ່ມານະພະຍາຍາມຮັກສາ Punggye-ri ໄວ້ ແລະ ພ້ອມແລ້ວທີ່ຈະດຳເນີນເຫດລົດລອງນິວເຄຼຍໃນອະນາຄົດ.

ຕອບກັບ

ຂ່າວ/ບົດ​ອື່ນ