ສືບຕໍ່ວາລະປະຊຸມຄົບຄະນະຄັ້ງທີ 11 ກຳມາທິການກົດໝາຍຂອງສະພາແຫ່ງຊາດ

(VOVWORLD) -ໂດຍສືບຕໍ່ລະປະຊຸມຄົບຄະນະຄັ້ງທີ 11, ຕອນເຊົ້າວັນທີ 06 ເມສາ, ກຳມາທິການກົດໝາຍຂອງສະພາແຫ່ງຊາດກວດກາຂໍ້ສະເໜີຂອງລັດຖະບານ ກ່ຽວກັບໂຄງການສ້າງກົດໝາຍ, ລັດຖະບັນຍັດປີ 2019, ດັດປັບໂຄງການສ້າງກົດໝາຍ, ລັດຖະບັນຍັດປີ 2018.

ສືບຕໍ່ວາລະປະຊຸມຄົບຄະນະຄັ້ງທີ 11 ກຳມາທິການກົດໝາຍຂອງສະພາແຫ່ງຊາດ - ảnh 1ກຳມາທິການກົດໝາຍຂອງສະພາແຫ່ງຊາດກວດກາຂໍ້ສະເໜີຂອງລັດຖະບານ ກ່ຽວກັບໂຄງການສ້າງກົດໝາຍ, ລັດຖະບັນຍັດປີ 2019, ດັດປັບໂຄງການສ້າງກົດໝາຍ, ລັດຖະບັນຍັດປີ 2018

(ພາບ: TTXVN)

ທີ່ວາລະປະຊຸມ, ບັນດາຜູ້ແທນໄດ້ເຫັນດີເປັນພື້ນຖານຕໍ່ບົດລາຍງານການກວດກາໃບສະເໜີຂອງລັດຖະບານກ່ຽວກັບໂຄງການສ້າງກົດໝາຍ, ລັດຖະບັນຍັດປີ 2019, ດັດປັບໂຄງການສ້າງກົດໝາຍ, ລັດຖະບັນຍັດປີ 2018. ເຖິງຢ່າງໃດກໍ່ຕາມ, ມີບາງຄຳເຫັນໄດ້ຖືວ່າ, ບັນດາຮ່າງກົດໝາຍໄດ້ນຳເຂົ້າໂຄງການສ້າງກົດໝາຍ, ລັດຖະບັນຍັດຕ້ອງມີເອກະສານຢ່າງຄົບຖ້ວນ ຖືກຕາມຂໍ້ກຳນົດຂອງກົດໝາຍວ່າດ້ວຍການປະກາດເອກະສານສ້າງກົດໝາຍ, ຮັບປະກັນຄຸນນະພາບເມື່ອໄດ້ຮັບການປະກາດໃຊ້.

ຕອບກັບ

ຂ່າວ/ບົດ​ອື່ນ