ສປປ ເກົາຫຼີ ພ້ອມແລ້ວທີ່ເຈລະຈາ ແກ້ໄຂຄວາມເຄັ່ງຕຶງ
ທ່ານ Choe Ryong Hae (ເບື້ອງຂວາ) ໃນການຢ້ຽມຢາມຈີນເມື່ອເດືອນ 8/2012
(ພາບ: AP)
(vovworld) - ວັນທີ 23/5, ຢູ່ປັກກິງ, ກຳມະການຜູ້ປະຈຳການກົມການເມືອງຄະນະບໍລິຫານງານສູນກາງພັກກອມມູນິດ ຈີນ, ອະທິການບໍດີໂຮງຮຽນພັກສູນກາງ ຫຼຽວຊຽວນຊາ ໄດ້ມີການພົບປະກັບຫົວໜ້າກົມໃຫຍ່ການເມືອງກອງທັບປະຊາຊົນ ສປປ ເກົາຫຼີ Choe Ryong Hae, ທູດພິເສດຂອງການນຳ ສປປ ເກົາຫຼີ Kim Jong Un ທີ່ພວມຢູ່ຢ້ຽມຢາມ ຈີນ. ທ່ານ ຫຼຽວຊຽວນຊາ ຊີ້ແຈ້ງວ່າ: ສັນຕິພາບ ແລະ ຄວາມສະຖຽນລະພາບຂອງແຫຼມ ເກົາຫຼີ ແມ່ນເໝາະສົມກັບຜົນປະໂຫຍດຂອງທຸກໆປະເທດໃນພາກພື້ນ. ທ່ານທູດພິເສດ Choe Ryong Haeໃຫ້ຮູ້ວ່າ: ສປປ ເກົາຫຼີ ຕີລາຄາສູງບັນດາຄວາມມານະພະຍາຍາມຂອງ ຈີນ ໃນການຮັກສາສັນຕິພາບ ແລະ ສະຖຽນລະພາບຢູ່ແຫຼມ ເກົາຫຼີ. ສປປ ເກົາຫຼີ ພ້ອມແລ້ວທີ່ເຈລະຈາກັບບັນດາຝ່າຍທີ່ກ່ຽວຂ້ອງ.