ສະພາຄວາມໝັ້ນຄົງສປຊຮັບຮອງເອົາມະຕິກ່ຽວກັບວິທີການແກ້ໄຂແລະບໍ່ແຜ່ຂະຫຍາຍນິວເຄຼຍ
ສະຖານທີ່ທົດລອງນິວເຄຼຍຂອງ ສປປ ເກົາຫຼີ
(ພາບ: cns.miis.edu)
|
(vovworld) - ວັນທີ 23/9 (ຕາມເວລາທ້ອງຖິ່ນ). ສະພາຄວາມໝັ້ນຄົງ ສປຊ ໄດ້ຮັບຮອງເອົາມະຕິຮຽກຮ້ອງໃຫ້ທຸກໆປະເທດໃນໂລກ, ພິເສດແມ່ນບັນດາປະເທດບໍ່ທັນໄດ້ເຊັນ ແລະ ໃຫ້ສັດຕະຍາບັນ, ເຊັນສົນທິສັນຍາຫ້າມທົດລອງນິວເຄຼຍຮອບດ້ານ (CTBT) ໂດຍໄວ. ດ້ວຍບັດສະໜັບສະໜູນ 14 ບັດ ແລະ ບັດຂາວ 1 ບັດ (ອີຢິບ), ມະຕິຂອງ ສະພາຄວາມໝັ້ນຄົງ ສປຊ ຊົມເຊີຍບັນດາຄວາມກ້າວໜ້າທີ່ບັນລຸ ໄດ້ໃນການ “ເຊັນສົນທິສັນຍາ”CTBT ໂດຍທົ່ວໄປ, ດ້ວຍຈຳນວນ 183 ປະເທດໄດ້ເຊັນ CTBT ແລະ 166 ປະເທດໄດ້ເຊັນ ແລະ ໃຫ້ສັດຕະຍາບັນ. CTBT ຫ້າມທຸກໆກໍລະນີທົດລອງນິວເຄຼຍ, ເຖິງວ່ານັ້ນແມ່ນເພື່ອຈຸດປະສົງພົນລະເຮືອນ ຫຼື ການທະຫານ. ມະຕິຂອງ ສະພາຄວາມໝັ້ນຄົງ ສປຊ ກໍ່ຮຽກຮ້ອງໃຫ້ 3 ປະເທດ ບໍ່ທັນລົງນາມ ແລະ 5 ປະເທດເຊັນແລ້ວແຕ່ບໍ່ທັນໃຫ້ສັດຕະຍາບັນ CTBT ຕ້ອງປະຕິບັດຄວາມຮັບຜິດຊອບ ແລະ ພາລະໜ້າທີ່ຂອງຕົນສຳລັບປະຊາຄົມສາກົນ.