ສະພາແຫ່ງຊາດ ອັງກິດ ສະໜັບສະໜູນເລື່ອງດຳເນີນການເລືອກຕັ້ງກ່ອນກຳນົດເວລາ
(ພາບປະກອບ / TTXVN)
(vovworld) - ດ້ວຍ 522 ບັດສະໜັບສະໜູນ ແລະ 13 ບັດຄ້ານ, ວັນທີ 19/04 ສະພາຕ່ຳ ອັງກິດ ຮັບຮອງເອົາຂໍ້ສະເໜີຂອງທ່ານນາງນາຍົກລັດຖະມົນຕີປະເທດນີ້ Theresa May ກ່ຽວກັບເລື່ອງດຳເນີນການເລືອກຕັ້ງທົ່ວປະເທດກ່ອນກຳນົດເວລາໃນວັນທີ 08/06 ຈະມາເຖິງ, ໄວກ່ວາແຜນການວາງອອກເກືອບ 3 ປີເຄິ່ງ.
ປະເທດ ອັງກິດ ບໍ່ມີແຜນດຳເນີນການເລືອກຕັ້ງກ່ອນກຳນົດເວລາຈົນຮອດປີ 2020. ເຖິງຢ່າງໃດກໍ່ຕາມ ວັນທີ 18/04 ຜ່ານມາ, ທ່ານນາງນາຍົກລັດຖະມົນຕີ ອັງກິດ Theresa May ໄດ້ຮຽກຮ້ອງດຳເນີນການເລືອກຕັ້ງທົ່ວປະເທດກ່ອນກຳນົດເວລາໃນວັນທີ 08/06 ໂດຍບັງເອີນ. ຕາມທ່ານນາງ Theresa May ແລ້ວ, ອັງກິດ ຄວນດຳເນີນການເລືອກຕັ້ງທົ່ວປະເທດກ່ອນກຳນົດເວລາ ເພື່ອຜົນປະໂຫຍດຂອງປະເທດຊາດ, ນີ້ແມ່ນວິທີໜຶ່ງດຽງ ເພື່ອຮັບປະກັນສະຖຽນລະພາບ ແລະ ຄວາມໝັ້ນຄົງຂອງ ອັງກິດ ໃນວິວັດການ ອັງກິດ ຖອນອອກຈາກ ອີຢູ.