(ພາບປະກອບ)
(vovworld) - ວັນທີ 16/05, ທ່ານ Francois Crepeau ທູດພິເສດຂອງສະຫະປະຊາຊາດກ່ຽວກັບສິດທິມະນຸດໄດ້ຕຳໜິຕິຕຽນປະຕິກິລິຍາຂອງສະຫະພາບ ເອີລົບ (ອີຢູ) ຕໍ່ວິກິດການຄົນລີ້ໄພແມ່ນ “ຂາດວິໄສທັດ”, ເຄື່ອນໄຫວຕາມກົນໄກກົດໝາຍດຽວຢ່າງລະເມີເຟີ້ຝັນ ແລະ ໜູນຫລັງໃຫ້ການກັກຕົວບັນດາຄົນເຂົ້າເມືອງໃໝ່ຢູ່ ເກັຼກ. ທ່ານ Crepeau ໃຫ້ຮູ້ວ່າ:ຂໍ້ຕົກລົງລະຫວ່າງ ອີຢູ ແລະ ຕວກກີ ບັນລຸໄດ້ເມື່ອເດືອນ 3 ຜ່ານມາ ທີ່ອະນຸຍາດໃຫ້ສົ່ງຄືນຊາວອົບພະຍົບເຖິງ ເອີລົບ ແມ່ນຮຽກຮ້ອງໃຫ້ມີ “ບັນດາເຄື່ອງມືນິຕິກຳແຮງກ່ວາອີກ” ເພື່ອຮັບປະກັນການປະຕິບັດຢ່າງມີປະສິດທິຜົນ. ເກັຼກ ຕ້ອງກັກຕົວຄົນເຂົ້າເມືອງ ແລະ ຄົນລີ້ໄພ ຢູ່ປະເທດນີ້ ພາຍຫລັງວັນທີ 20/03 ຜ່ານມາ, ເຊິ່ງແມ່ນຈຸດເວລາທີ່ ອີຢູ ແລະ ຕວກກີ ລົງນາມໃນຂໍ້ຕົກລົງຢ່າງເປັນທາງການ. ປະຈຸບັນມີຄົນລີ້ໄພ ປະມານ 50.000 ຄົນພວມຖືກຄ້າງໄວ້ຢູ່ປະເທດນີ້ ນັບແຕ່ບັນດາປະເທດ ເອີລົບ - ລວມມື ໂອຕາລິດ ແລະ ບັນດາປະເທດເຂດ Balkan, ປິດດ່ານຊາຍແດນ ເພື່ອສະກັດກັ້ນກະແສຊາວອົບພະຍົບເຄື່ອນຍ້າຍເຂົ້າປະເທດເຫຼົ່ານີ້ ນັບແຕ່ຕົ້ນປີນີ້.