(vovworld) - ວັນທີ 18/06, ຢູ່ຮ່າໂນ້ຍ, ໜັງສືພິມ ດ້າຍດ່ວານເກັດ (ກຸ່ມກ້ອນມະຫາສາມັກຄີ), ອົງການສູນກາງຂອງແນວໂຮມປະເທດຊາດຫວຽດນາມ, ໄດ້ສະເໜີຕົວສືເອເລກໂຕນິກ ດ້າຍດ່ວານເກັດ (www.daidoanket.vn). ດ້ວຍ 73 ປີແຫ່ງການສ້າງຕັ້ງໜັງສືພິມ ດ້າຍດ່ວານເກັດ ກ່ອນນີ້ມີຊື່ວ່າໜັງສືພິມ ກີວກ໋ວກ (ກູ້ຊາດ) ແມ່ນໜຶ່ງໃນບັນດາໜັງສືພິມທຳອິດທີ່ໄດ້ຮັບການສ້າງຕັ້ງຢູ່ຫວຽດນາມ. ດ້ວຍການເປີດສະຫຼອງສືເອເລັກໂຕນິກ, ໜັງສືພິມ ດ້າຍດ່ວານເກັດ ພັດທະນາທ່ວງທັນກັບທ່າອ່ຽງໃໝ່ຂອງຍຸກສະໄໝເຕັກໂນໂລຢີຂໍ້ມູນຂ່າວສານ (ໄອທີ), ປະຕິບັດໜ້າທີ່ເປັນອົງການກະບອກສຽງຂອງແນວໂຮມປະເທດຊາດຫວຽດນາມ, ຂອງກຸ່ມກ້ອນມະຫາສາມັກຄີທົ່ວປວງຊົນທັງຊາດເປັນຢ່າງດີ. ກ່າວຄຳເຫັນທີ່ພິທີສະເໜີຕົວ, ທ່ານປະທານຄະນະກຳມະການສູນກາງແນວໂຮມປະເທດຊາດຫວຽດນາມ ຫງວຽນທ້ຽນເຍີນ ຢືນຢັນວ່າ.
“ການສະເໜີຕົວຂອງສືເອເລັກໂຕນິກ ແມ່ນໂອກາດໃໝ່ເພື່ອປະຕິບັດບົດບາດໜ້າທີ່ເປັນອົງການກະບອກສຽງຂອງສູນກາງແນວໂຮມປະເທດຊາດຫວຽດນາມ, ພ້ອມທັງແມ່ນຂົວເຊື່ອມຕໍ່ລະຫວ່າງປະຊາຊົນກັບພັກ ແລະ ລັດ. ຂ້າພະເຈົ້າເຊື່ອໝັ້ນວ່າສືເອເລັກໂຕນິກ ດ້າຍດ່ວານເກັດ ຈະປະກອບສ່ວນນຳສຽງເວົ້າ, ການຊີ້ນຳນຳພາຂອງພັກ ແລະ ລັດ ເຖິງປະຊາຊົນທຸກຊັ້ນວັນໜ້າຢ່າງໄວ້ກວ່າ, ມີປະສິດທິຜົນກວ່າ; ສ່ອງແສງສຽງເວົ້າຂອງປະຊາຊົນ, ຂໍ້ລິເລີ່ມຂອງປະຊາຊົນທີ່ມີຕໍ່ພາລະກິດສ້າງສາ ແລະ ປົກປັກຮັກສາປະເທດຊາດ”.