ໂຄສົກກະຊວງການຕ່າງປະເທດຫວຽດນາມ ເລຫາຍບີງ
|
(vovworld)- ວັນທີ 30/11, ເມື່ອຕອບຄຳຖາມຂອງນັກຂ່າວກ່ຽວກັບປະຕິກິລິຍາຂອງຫວຽດນາມກ່ຽວຂ້ອງເຖິງເລື່ອງ ກະຊວງກະສິກຳ ອາເມລິກາ ຜັນຂະຫຍາຍໂຄງການຕິດຕາມກວດກາສຳລັບປາຈາ, ປາບາຊາ ຂອງຫວຽດນາມ, ໂຄສົກກະຊວງການຕ່າງປະເທດຫວຽດນາມ ເລຫາຍບີງ ໃຫ້ຮູ້ວ່າ: ຫວຽດນາມ ເສຍຫວັງກ່ຽວກັບເລື່ອງກະຊວງກະສິກຳ ອາເມລິກາ ຜັນຂະຫຍາຍໂຄງການຕິດຕາມກວດກາສຳລັບ ປາຈາ ແລະ ປາບາຊາ ຂອງຫວຽດນາມ. ບັນດາບໍລິສັດ ຫວຽດນາມ ເຄື່ອນໄຫວຜະລິດດຳເນີນທຸລະກິດຕາມກົນໄກການຕະຫລາດ, ຍາມໃດກໍເຄົາລົບບັນດາຂໍ້ກຳນົດກ່ຽວກັບຄຸນນະພາບຫລັກອະນາໄມຄວາມປອດໄພສະບຽງອາຫານ ເມື່ອສົ່ງປາຈາ ແລະ ປາບາຊາ ໄປຍັງຕະຫລາດ ອາເມລິກາ ແລະ ໄດ້ຮັບການຮັບຮູ້ຈາກຜູ້ໃຊ້ສອຍອາເມລິກາເປັນຈຳນວນຫລວງຫລາຍ. ສະນັ້ນ ເລື່ອງສ້າງຕັ້ງກົນໄກດັ່ງກ່າວແມ່ນສິ່ງທີ່ບໍ່ຈຳເປັນ. ບໍ່ພຽງແຕ່ ຫວຽດນາມ ເທົ່ານັ້ນ ຫາກຫລາຍອົງການ ກໍຄືການນຳສະພາແຫ່ງຊາດ ອາເມລິກາ ກໍໄດ້ອອກສຽງຄັດຄ້ານໂຄງການດັ່ງກ່າວ. ບັນດາປະເທດ ອາຊຽນ ກໍມີຄວາມວິຕົກກັງວົນວ່າ ກົນໄກນີ້ຈະສົ່ງຜົນສະທ້ອນເຖິງບັນດາປະເທດສິນຄ້າສົ່ງອອກຂອງເຂົາເຈົ້າ.