ສາຍ​ພົວ​ພັນ​ລະ​ຫວ່າງ St. Petersburg ແລະ ນະ​ຄອນ ໂຮ່​ຈີ​ມິນ ແມ່ນ​ໜຶ່ງ​ໃນ​ບັນ​ດາ​ຈຸດ​ເດັ່ນ​ໃນ​ສາຍ​ພົວ​ພັນ​ ລັດ​ເຊຍ - ຫວຽດ​ນາມ

(VOVWORLD) -   ຕອນບ່າຍວັນທີ 17 ກຸມພາ, ຢູ່ສຳນັກງານສະຖານທູດ ຫວຽດນາມ ປະຈຳ ນະຄອນຫຼວງ ມົດສະກູ, ທ່ານ ດັ້ງມິງຄອຍ ເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ລັດເຊຍ ໄດ້ໃຫ້ການຕ້ອນຮັບທ່ານ Evgeny Grigoriev, ປະທານຄະນະກຳມະການການຕ່າງປະເທດນະຄອນ  St. Petersburg ຢ່າງສະໜິດສະໜົມ ເນື່ອງໃນໂອກາດຕົ້ນລະດູບານໃໝ່ປີມະເມຍ 2026.
ສາຍ​ພົວ​ພັນ​ລະ​ຫວ່າງ St. Petersburg ແລະ ນະ​ຄອນ ໂຮ່​ຈີ​ມິນ ແມ່ນ​ໜຶ່ງ​ໃນ​ບັນ​ດາ​ຈຸດ​ເດັ່ນ​ໃນ​ສາຍ​ພົວ​ພັນ​ ລັດ​ເຊຍ - ຫວຽດ​ນາມ - ảnh 1ທ່ານ ດັ້ງມິງຄອຍ ເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ລັດເຊຍ ແລະ ທ່ານ Evgeny Grigoriev, ປະທານຄະນະກຳມະການການຕ່າງປະເທດນະຄອນ  St. Petersburg (ພາບ: VOV)

ໃນການພົບປະ, ທ່ານ Evgeny Grigoriev, ໄດ້ຝາກບັນດາຄຳອວຍພອນປີໃໝ່ທີ່ດີງາມທີ່ສຸດຂອງຜູ້ວ່າການນະຄອນ St. Petersburg ມາຍັງທ່ານເອກອັກຄະລັດຖະທູດ ດັ້ງມິງຄອຍ ແລະ ຜ່ານທ່ານເອກອັກຄະລັດຖະທູດ ຝາກເຖິງປະຊາຊົນ ຫວຽດນາມ.

        ເມື່ອແລກປ່ຽນກ່ຽວກັບສາຍພົວພັນສອງຝ່າຍ, ສອງຝ່າຍໄດ້ຕົກລົງເປັນນເອກະພາບໂດຍຕີລາຄາວ່າ ສາຍພົວພັນຄູ່ຮ່ວມມືຮອບດ້ານ ຫວຽດນາມ - ສະຫະພັນ ລັດເຊຍ ພວມຢູ່ໃນໄລຍະພັດທະນາຢ່າງຂະຫຍັນຂັນເຄື່ອນ. ການຮ່ວມມືທ້ອງຖິ່ນສືບຕໍ່ສວມບົດບາດສຳຄັນໃນສາຍພົວພັນລວມຂອງສອງຝ່າຍ, ໃນນັ້ນ ສາຍພົວພັນລະຫວ່າງ St. Petersburg ແລະ ນະຄອນ ໂຮ່ຈີມິນ ໄດ້ຮັບຖືວ່າແມ່ນໜຶ່ງໃນບັນດາຈຸດເດັ່ນ, ດ້ວຍຫຼາຍກິດຈະກຳພົວພັນແລກປ່ຽນວັດທະນະທຳ - ເສດຖະກິດ ໄດ້ ແລະ ພວມໄດ້ຮັບການຜັນຂະຫຍາຍຢ່າງມີປະສິດທິຜົນ. ການຮັກສາ ແລະ ເສີມຂະຫຍາຍຄຸນຄ່າອະນຸສອນສະຖານປະທານ ໂຮ່ຈີມິນ ຢູ່ St. Petersburg ສືບຕໍ່ໄດ້ຮັບຖືວ່າແມ່ນສັນຍາລັກອັນໝັ້ນແກ່ນຂອງນ້ຳໃຈມິດຕະພາບລະຫວ່າງສອງນະຄອນ. ໄປຄຽງຄູ່ກັນນັ້ນ, ສອງຝ່າຍກໍໄດ້ເຕື້ອງເຖິງຄວາມສາມາດເພີ່ມທະວີການຮ່ວມມືດ້ານເສດຖະກິດ, ຊຸກຍູ້ບັນດາຄະນະວິສາຫະກິດໄປສຳຫຼວດຕະຫຼາດ ແລະ ເປີດກວ້າງການເຊື່ອມຕໍ່ການຄ້າໃນໄລຍະຈະມາເຖິງ.

ນັກຂ່າວ VOV ປະຈຳ ລັດເຊຍ

ຕອບກັບ

ຂ່າວ/ບົດ​ອື່ນ