ພາຍຫຼັງ​ປ່ຽນ​ໜ້າ​ເວັບ​ໄຊ vovworld.vn ​ໃໝ່, ພວກ​ຂ້າ​ພະ​ເຈົ້າ​ໄດ້​ຮັບ​ຫຼາຍ​ຄຳ​ເຫັນ​ປະ​ກອບ​ທີ່​ຕັ້ງ​ໜ້າ​ຈາກ​ທ່ານ​ຜູ້​ຟັງ, ຜູ້​ອ່ານຄື:

ເພື່ອນ ຄຳ​ສີ ຢູ່​ນະ​ຄອນຫຼວງ ວຽງ​ຈັນ ແບ່ງ​ປັນ​ວ່າ: “ຂ້າ​ພະ​ເຈົ້າ​ມັກ​ໜ້າ​ໃໝ່​ຂອງ​ເວ​ັບ​ໄຊ, ງາມ ແລະ ເບິ່ງ​ທັນ​ສະ​ໄໝ​ທີ່​ສຸດ”.

ຈາກ ອິນ​ເດຍ, ເພື່ອນ Najimuddin ໄດ້​ສົ່ງ​ຈົດ​ໝາຍ​ເຖິງ​ລາຍ​ການ​ກະ​ຈາຍ​ສຽງ​ພາກ​ພາ​ສາ ຍີ່​ປຸ່ນ ໂດຍ​ໃຫ້​ຮູ້​ວ່າ: “ໜ້າ​ໃໝ່​ຂອງ​ເວັບ​ໄຊ​ງາມຫຼາຍ, ຜ່ານ​ເວັບ​ໄຊ​ vovworld.vn, ຂ້າ​ພະ​ເຈົ້າ​ມີຄວາມ​ເຂົ້າ​ໃຈ​ຫຼາຍ​ຢ່າງກ່ຽວ​ກັບ ຫວຽດ​ນາມ ຕື່ມ​ອີກ. ຂ້​າ​ພະ​ເຈົ້າ​ມັກ​ຄໍ​ລຳ​ຂ່າວ​ຕ່າງ​ປະ​ເທດ ແລະ ຄົ້ນ​ຫາ ຫວຽດ​ນາມ ທີ່​ສຸດ ຍ້ອນ​ມີຫຼາຍ​ຂໍ້​ມູນ​ທີ່​ເປັນໜ້າ​ເຊື່ອຖື ແລະ ຈັບ​ໃຈ”.

ສ່ວນ​ເພື່ອນ ຄຳ​ປະ​ເສີດ​ ຢູ່​ແຂວງ ໄຊ​ສົມ​ບູນ ໄດ້​ຂຽນ​ມາ​ວ່າ: “ຜ່ານ​ການ​ຕິດ​ຕາມ​ຂ່າວ​, ບົດ​ໃນ​ເວັບ​ໄຊ vovworld.vn, ຂ້າ​ພະ​ເຈົ້າ ມັກ​ແບບ​ວິ​ທີ​ພັດ​ທະ​ນາ​ກາ​ນ​ທ່ອງ​ທ່ຽວ​ຂອງ ຫວຽດ​ນາມ ທີ່​ສຸດ. ຂ້າ​ພະ​ເຈົ້າ ຫາ​ກໍ່​ກັບ​ມາ​ຈາກ ດ່າ​ໜັງ ແລະ ໂຮ້ຍ​ອານ ກ່ອນນີ້ 2 – 3 ອາ​ທິດ ເຊິ່ງ ເຫັນ​ວ່າ ຢູ່ ຫວຽດ​ນາມ ມີຫຼາຍ​ຜະ​ລິດ​ຕະ​ພັນ​ທ່ອງ​ທ່ຽວ​ທີ່​ຈັບ​ໃຈ ແລະ ດູດ​ດື່ມ, ໂດຍ​ສະຫຼັບ​ສັບ​ຊ້ອນ​ຫຼາຍ​ກິດ​ຈະ​ກຳ​ເຂົ້າ​ກັນ ນັບ​ແຕ່​ວັດ​ທະ​ນ​ະ​ທຳ, ສິ​ລະ​ປະ, ກິ​ລາ, ການ​ຄ້າ… ທັງ​ມີ​ລັກ​ສະ​ນະ​ທີ່​ເປັນ​ມູນ​ເຊື້ອ ທັງ​ທັນ​ສະ​ໄໝ ແລະ ມີຫຼາຍ​ຮູບຫຼາຍ​ສີ”.

ບັນ​ດາ​ຜູ້​ຈັດ​ທຳ​ລາຍ​ການ​ພວກ​ຂ້າ​ພ​ະ​ເຈົ້າ ຮູ້​ສຶກ​ດີ​ໃຈ​ທີ່​ສຸດ ເມື່ອ​ໄດ້​ຮັບ​ຈົດ​ໝາຍ ແລະ ຄຳ​ແບ່ງ​ປັ​ນ​ຈາກ​ທ່ານ​ຜູ້​ຟັງ, ຜູ້​ອ່ານ. ຂອບ​ໃຈ​ທຸກໆ​ທ່ານ​ທີ່​ໄດ້​ໃຫ້​ການ​ສະ​ໜັບ​ສະ​ໜູນ, ຕິດ​ຕາມ ​ແລະ ຝາກ​ຈົດ​ໝາຍ​ມາ​ຍັງ​ລາຍ​ການ. ພ​ວກ​ຂ້າ​ພະ​ເຈົ້າ​ກໍ​ຫ​ວັງ​ຢ່າງ​ຍິ່ງວ່າ ພວກ​ທ່ານ​ຈະ​ເປັນ​ຂົວ​ຕໍ່​ຊ່ວຍ​ໃຫ້​ຄື້ນ​ກະ​ຈາຍ​ສຽງ​ຂອງ VOV ໄດ້​ແຜ່​ກະ​ຈາຍ​ໄປ​ໄກ​ກວ່າ, ຊ່ວຍ​ແນະ​ນຳ​ເຖິງ​ມະ​ຫາ​ຊົນຫຼາຍ​ຄົນໃຫ້​ໄດ້​ຮູ້​ຈັກ​ເຖິງ ແລະ ປະ​ກອບ​ສ່ວນ​ເຮັດ​ໃຫ້​ເຂົາ​ເຈົ້າມີ​ຄວາມ​ເຂົ້າ​ໃຈ​ກ່ຽວ​ກັບ ຫວຽດ​ນາມ, ກ່ຽວ​ກັບ​ສາຍ​ພົວ​ພັນ​​ມິດ​ຕະ​ພາບ ຫວຽດ​ນາມ - ລາວ ໝັ້ນ​ຄົງ​ທະ​ນົງ​ແກ່ນ​ໄປ​ຊົ່ວ​ກາ​ລະ​ນານ. ເນື່ອງ​ໃນ​ໂອ​ກາດ​ບຸນ​ປີ​ໃໝ່​ລາວ ພ​ສ. 2569, ພວກ​ຂ້າ​ພະ​ເຈົ້າ​ຂໍ​ຝາກ​ຄຳ​ອວຍ​ພອນ​ໄຊ​ອັນ​ປະ​ເສີດ​ມາ​ຍັງ​ທຸກໆ​ທ່ານ. ໃນ​ປີ​ໃໝ່​ນີ້ ຂໍ​ອວຍ​ພອນ​ໃຫ້​ທ່ານ ພ້ອມ​ດ້ວຍ​ຄອບ​ຄົວ ມີ​ພາ​ລະ​ນາ​ໄມ​ສົມ​ບູນ, ​ມີ​ຄວາມ​ຜາ​ສຸກ ແລະ ປະ​ສົບ​ຜົນ​ສຳ​ເລັດ​ໃນ​ທຸກ​ໜ້າ​ທີ່​ການງານ.

ເພື່ອ​ສືບ​ຕໍ່​ລາຍ​ການ, ພວກ​ຂ້າ​ພ​ະ​ເຈົ້າ​ຂໍ​ຕອບ​ຄຳ​ຖາມ​ຈຳ​ນວນ​ໜຶ່ງ ທີ່​ຜູ້​ຟັງ, ຜູ້​ອ່ານ​ໄດ້​ຝາກ​ມາ​ລາຍ​ການ​ໃນ​ອາ​ທິດ​ຜ່ານ​ມາ. ກ່ອນ​ອື່ນ​ໝົດ, ແມ່ນ​ຈົດ​ໝາຍ​ຂອງ​ເພື່ອນ ຄຳ​ສີ ຢູ່​ນະ​ຄອນຫຼວງ ວຽງ​ຈັນ, ເພື່ອນ​ຢາກ​ຊອກ​ຮູ້​ກ່ຽວ​ກັບ​ວັນ​ບຸນ​ໄຫວ້​ບູ​ຊາ​ບັນ​ດາ​ເຈົ້າ​ຊີ​ວິດ ​ຮຸ່ງ.

ວັນ​ບຸນ​ໄຫວ້​ບູ​ຊາ​ບັນ​ດາ​ເຈົ້າ​ຊີ​ວິດ​ ຮຸ່ງ ຍັງ​ໄດ້​ເອີ້ນ​ວ່າ ວັນ​ບຸນ​ວິ​ຫານ​ ຮຸ່ງ ແມ່ນ​ວັນ​ບ​ຸນ​ໃຫຍ່​ຂອງ ຫວຽດ​ນາມ ເພື່ອ​ອາ​ໄລ​ຫາ ແລະ ສະ​ແດງ​ຄວາມ​ຮູ້​ບຸນ​ຄຸນ​ຕໍ່​ຄຸນ​ງາມ​ຄວາມ​ດີຂອງ​ບັນ​ດາ​ເຈົ້າ​ຊີ​ວິດ ​ຮຸ່ງ, ບັນ​ດາ​ເຈົ້າ​ຊີ​ວິດ​ອົງ​ທຳ​ອິດ​ຂອງ​ຊາດ ໃນ​ການ​ສ້າງຕັ້ງ​ປະ​ເທດ ຫວຽດ​ນາມ. ວັນ​ບຸນໄຫວ້​ບູ​ຊາ​ເຈົ້າ​ຊີ​ວິດ​ ຮຸ່ງ ໄດ້​ດຳ​ເນີນ​ຢູ່ ວິ​ຫານ ຮຸ່ງ, ແຂວງ ຝູເຖາະ ໃນ​ວັນ​ທີ 10 ເດືອນ 3 ໄລ່​ຕາມ​ຈັນ​ທະ​ປະ​ຕິ​ທິນ​ຂອງ​ທຸກໆ​ປີ. ຕາມ​ຮີດ​ຄອງ​ປະ​ເພ​ນີ​ຂອງ ຫວຽດ​ນາມ ແລ້ວ, ວັນ​ທີ 10 ເດືອນ 3 ໄລ່​ຕາມ​ຈັນ​ທະ​ປະ​ຕິ​ທິນຂອງ​ທຸກໆ​ປີ ໄດ້​ກາຍ​ເປັນ “ວັນ​ນັດ​ພົບ” ທາງ​ດ້ານ​ຈິດ​ວິນ​ຍານ​ຂອງ​ຊາວ ຫວຽດ​ນາມ ແຕ່​ລະ​ຄົນ, ຊາວ ຫວຽດ​ນາມ ທຸກ​ຄົນ​ທີ່​ຢູ່​ທຸກ​ແຖບ​ຖິ່ນ​ໃນ​ທົ່ວ​ປະ​ເທດ ກໍ​ພ້ອມ​ກັນ​ອ​ວ່​າຍ​ໜ້າ​ເມືອງ​ຫາ​ບ້ານ​ເກີດ​ເມືອງນອນ, ​ກົກ​ເຄົ້າ​ເຫງົ້າ​ກໍ​ຂອງ​ຕົນ. ​ວັນ​ທີ 6 ທັນ​ວາ 2012, ຄວາມ​ໝາຍ​ຂອງວັນ​ບຸນ​ໄຫວ້​ບູ​ຊ​າ​ບັນ​ດາ​ເຈົ້າ​ຊີ​ວິດ ​ຮຸ່ງ ໄດ້​ເປັນ​ທີ່​ຮູ້​ຈັກ​ຂອງ​ທົ່ວ​ໂລກ ເມື່ອ​ອົງ​ການ UNESCO ຮັບ​ຮອງ​ເອົາ “ການ​ເຫຼື້ອ​ມ​ໃສ​ບູ​ຊາ​ບັນ​ດາ​ເຈົ້າ​ຊີ​ວິດ​ ຮຸ່ງ ຢູ່​ແຂວງ ຝູ​ເຖາະ” - ສັນ​ຍາ​ລັກ​ຂອງ​ຈິດ​ໃຈ​ມະ​ຫາ​ສາ​ມັກ​ຄີ, ມູນເຊື້ອຫຼັກສິນທຳ “ກິ​ນ​ເຂົ້າ​ຄິດ​ຮອດ​ຄຸນ​ນາ ກິນ​ປາ​ຄິດ​ຮອດ​ຄຸນ​ນ້ຳ” ຂອງ ຊາດ ຫວຽດ​ນາມ ວ່າແມ່ນ​ມໍ​ລະ​ດົກ​ວັດ​ທະ​ນະ​ທຳ​ນາມ​ມະ​ທຳ​ ຕົວ​ແທນ​ຂອງມວນ​ມະ​ນຸດ.

ກ່ອນ​ຈະ​ສິ້ນ​ສຸດ​ລາຍ​ການ, ພວກ​ຂ້າ​ພະ​ເຈົ້າ​ຂໍ​ຕອບ​ຄຳ​ຖາມ​ຂອງ​ເພື່ອນ ອຸ່ນ​ຄຳ ຢູ່​ຈຳ​ປາ​ສັກ. ເພື່ອນ​ຖາມ​ວ່າ: “ຜ່ານ​ການ​ຕິດ​ຕາມ​ຂ່າວ, ບົດ​ໃນ​ເວັບ​ໄຊ vovworld.vn, ຂ້າ​ພ​ະ​ເຈົ້າ​ຈຶ່ງໄດ້​ຮູ້​ວ່າ ດົ່ງ​ນາຍ​ ແມ່ນ​ແຂວງ​ໜຶ່ງ​ທີ່​ສົ່ງ​ອອກ​ກ້ວຍ​ດ້ວຍ​ປະ​ລິ​ມານຫຼາຍ​ທີ່​ສຸດ. ຂ້າ​ພະ​ເຈົ້າ​ຢາກ​ຮູ້​ວ່າ ແນ​ວ​ພັນ​ກວ້ຍທີ່​ແຂວງ ດົ່ງ​ນາຍ​ ປູກ​ເພື່ອ​ສົ່ງ​ອອກ​ນີ້ ແມ່ນ​ແນວ​ພັນ​ຫຍັງ?

ດົ່ງ​ນາຍ ແມ່ນ​ເມືອງ​ເອກ​ປູກ​ກ້ວຍ​ເພື່ອ​ສົ່ງ​ອອກ​ຂອງ ຫວຽດ​ນາມ ດ້ວຍ​ເນື້ອ​ທີ່​ເກືອບ 21 ເຮັກ​ຕາ. ແນວ​ພັນ​ກ້ວຍ ທີ່​ເພື່ອນ​ສົນ​ໃຈ​ນັ້ນ​ແມ່ນ ກວ້ຍຫອມ ຄາເວນດິສ (Cavendish banana). ໃນ​ພິ​ທີ​ສົ່ງ​ອອກກວ້ຍ ແລະ ສົ່ງ​ເສີມ​ການ​ສົ່ງ​ອອກ​ຜະ​ລິດ​ຕະ​ພັນ​ກະ​ເສດ​ແຂວງ ດົ່ງ​ນາຍ ປີ 2026 ທີ່​ຫາ​ກໍ່​ຈັດ​ຂຶ້ນ​ເມື່ອ​ຕົ້ນ​ເດືອນ ເມ​ສາ 2026 ຜ່ານ​ມາ ໃຫ້​ຮູ້​ວ່າ ມີ​ຄອນ​ເທນ​ເນີບັນ​ຈຸກ້ວຍ Cavendish ​ເຖິງ 11 ຕູ້ ດ້ວຍ​ປະ​ລິ​ມານ 220 ໂຕນ ຂອງ​ບັນ​ດາ​ວິ​ສາ​ຫະ​ກິດ​ໄດ້​ສົ່ງ​ອອກ​ໄປ​ຍັງ​ຕະຫຼາດ ຍີ່​ປຸ່ນ, ສ.ເກົາຫຼີ ແລະ ຈີນ. ນອກ​ຈາກ​ນັ້ນ​ແລ້ວ, ຢູ່​ແຂວງ ດົ່ງ​ນາຍ ຍັງ​ປູກ ກ້ວຍນ້ຳ ແລະ ກ້ວຍໄຂ່ ເພື່ອ​ສົ່ງ​ອອກ. ເຖິງ​ຢ່າງ​ໃດ​ກໍ​ຕາມ, ກ້ວຍ Cavendish ຍັງ​ຄົງ​ກວມ​ເອົາ​ອັດ​ຕາ​ສ່ວນ​ໃຫຍ່​ທີ່​ສຸດ ແລະ ແມ່ນ​ຜະ​ລິດ​ຕະ​ພັນ​ສົ່ງ​ອອກ​ຕົ້ນ​ຕໍ​ໄປ​ຍັງ​ບັນ​ດາ​ຕະຫຼາດ​ທີ່​ເຄັ່ງ​ຄັດ​ຄື ຍີ່​ປຸ່ນ, ສ.ເກົາຫຼີ, ຈີນ ແລະ ເອີ​ຣົບ.

ດັ່ງ​ທີ່​ກ່າວ​ມາ​ຂ້າງ​ເ​ທິງ​ແມ່ນ​ເນື້ອ​ໃນ​ຄຳ​ເຫັນຂອງ​ທ່ານ​ຜູ້ຟັງ​​ທີ່ຝາກ​ມາລາ​ຍການ​ໃນ​ອາທິດ​ຜ່ານ​ມາ, ຫວັງ​ວ່າ ທ່ານ​ຜູ້​​ຟັງ​ຈະ​ສືບ​ຕໍ່​​ຝາກ​ຈົດໝາຍ, ອີ​ເມວ ຫຼື ​ໂທລະສັບມາ​ຫາ​ລາຍການ ເພື່ອ​ປະກອບ​ຄຳ​ເຫັນ​ຊ່ວຍໃຫ້​ລາຍການ​ຂອງ​ພວກ​ເຮົາ​​ ນັບ​ມື້​ນັບ​ດີ​ກວ່າ​​ເກົ່າ. ພວກ​ເພື່ອນ​ກໍ່ສາ​ມາດ​ຝາກຈົດໝາຍ​ມາ​ຍັງ​ລາຍການ​ໂດຍ​ຈ່າ​ໜ້າຊອງ​ວ່າ: ພາກ​ພາສາ​ລາວ, ວິທະຍຸ​ກະຈາຍສຽງ​ ຫວຽດນາມ, ​ເຮືອນ​ເລກທີ 45 ​ຖະໜົນ ບ່າ​ຈ້ຽວ, ຮ່າ​ໂນ້ຍ ຫຼື ໂທ​ມາໂດຍ​ກົງ​​ກໍ່​ໄດ້ ​ຕາມ​ເບີ​ໂທ 0084.243.8256631 ຫຼື ອີ​ເມວ laovov5@gmail.com. ທ່ານ​ຜູ້​ຟັງກໍ່ສາ​ມາດເຂົ້າ​ເບິ່ງ​ໃນ​ເວບ​ໄຊ vovworld.vn.

ຂໍຂອບໃຈ