​ ທ່ານ Scott Bessent ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ເງິນ​ ອາ​ເມ​ລິ​ກາ ໃຫ້​ຮູ້​ວ່າ ອາ​ເມ​ລິ​ກາ ພ້ອມ​ແລ້ວ​ທີ່​ຈະ​ຈັດ​ວາງ “ຄຳ​ສັ່ງ​ລົງ​ໂທດຂັ້ນ​ຮອງ​ລົງ​ມາ” ​ຖ້າ​ພົບ​ເຫັນ​ມີ​ການ​ທຸ​ລະ​ກຳ​ທາງ​ການ​ເງິນ​ທີ່​ກ່ຽວ​ຂ້ອງ​ເຖິງ ອີ​ຣານ. ທ່ານ​ໄດ້​ສົ່ງ​ຄຳ​ກ່າວ​ເຕືອນ​ເຖິງ​ທະ​ນາ​ຄານ ຈີນ ຈຳ​ນວນ​ໜຶ່ງ, ພ້ອມ​ທັງ​ຈັດ​ວາງ​ຄຳ​ສັ່ງ​ລົງ​ໂທດ​ຕໍ່ກວ່າ 20 ​ສ່ວນ​ບຸກ​ຄົນ​, ບໍ​ລິ​ສັດ ແລະ ກ່ຳ​ປັ່ນ​ຂົນ​ສົ່ງ​ນ້ຳ​ມັນ​ຂອງ ອີ​ຣານ. ການ​ກະ​ທຳ​ດັ່ງ​ກ່າວ ນອນ​ໃນ​ຍຸ​ດ​ທະ​ສາດ “ກໍ່​ກຳ​ລັງ​ກົດ​ດັນ​ສູງ​ສຸດ” ຂອງ​ອຳ​ນາດ​ການ​ປົກ​ຄອງປະ​ທາ​ນາ​ທິ​ບໍ​ດີ ອາ​ເມ​ລິ​ກາ Donald Trump ແນ​ໃສ່​ໂຄງ​ການ​ນິວ​ເຄຼຍ ແລະ ບັນ​ດາ​ການ​ເຄື່ອນ​ໄຫວ​ຂອງ ເຕ​ເຮ​ຣານ.

ວໍ​ຊິງ​ຕັນ ກໍ​ຕ​ັດ​ສິນ​ບໍ່​ຕໍ່​ກຳ​ນົດ​ເວ​ລາ​ກົນ​ໄກ​ຍົກ​ເວັ້ນ​ຄຳ​ສັ່ງ​ລົງ​ໂທດ​ສຳ​ລັບ​ນ້ຳ​ມັນ ອີ​ຣານ ເທິງ​ທະ​ເລຕື່ມ​ອີກ, ເຊິ່ງ​ໄດ້​ຊ່ວຍ​ນຳ​ນ້ຳ​ມັນ​ນັບ​ຮ້ອຍ​ລ້ານ​ຖັງ​ອອກ​ສູ່​ຕະຫຼາດ. ພ້ອມ​ດຽວ​ກັນ​ນັ້ນ, ອາ​ເມ​ລິ​ກາ ຢຸດ​ຕິ​ການ​ຍົກ​ເວັ້ນ​ທີ່​ຄ້າຍ​ຄື​ກັນ​ສຳ​ລັບ​ນ້ຳ​ມັນ ລັດ​ເຊຍ ແລະ ສົ່ງ​ຄຳ​ກ່າວ​ເຕືອນ​ເຖິງ​ທະ​ນາ​ຄານ​ແຫ່ງ​ຕ່າງໆ​ຢູ່ຫຼາຍ​ປະ​ເທດ​ທີ່​ກໍ່​ຄວາມ​ສ່ຽງ​ຖືກ​ລົງ​ໂທດ.