ທີ່​ການ​ໂອ້​ລົ​ມ​ທາງ​ໂທ​ລະ​ສັບ, ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ເລ​ມິນ​ຮຶງ ແບ່ງ​ປັນ​ວ່າ ຫວຽດ​ນາມ ຈະ​ປະ​ກາດ​ໃຊ້​ນະ​ໂຍ​ບາຍ​ໃໝ່ ເພື່ອ​ດຶງ​ດູດ​ນັກ​ລົງ​ທຶນ​ຕ່າງ​ປະ​ເທດ​ທີ່​ລົງ​ທຶນ​ເຂົ້າ ຫວຽດ​ນາມ ໃຫ້​ຫຼາຍກວ່າ, ໃນ​ນັ້ນ​ມີ​ບັນ​ດາ​ນັກ​ລົງ​ທຶນ ສິງ​ກະ​ໂປ; ​ທ່ານ​ສະ​ເໜີ​ໃຫ້ ສິງ​ກະ​ໂປ ໜູນ​ຊ່ວຍ ຫວຽດ​ນ​າມ ກໍ່​ສ້າງ​ບັນ​ດາ​ສູນ​ການ​ເງິນ​ສາ​ກົນ; ເປີດກວ້າງ ແລະ ຍົກ​ລະ​ດັບ​ບັນ​ດາ​ເຄືອ​ຂ່າຍ​ເຂດ​ອຸດ​ສາ​ຫະ​ກຳ ຫວຽດ​ນາມ - ສິງ​ກະ​ໂປ (VSIP) ລຸ້ນ​ໃໝ່ ຕິດ​ພັນ​ກັບ​ການ​ຖ່າຍ​ທອດ​ເຕັ​ກ​ໂນ​ໂລ​ຊີສູງ.

ສ່ວນ​ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ Lawrence Wong ສະ​ແດງ​ຄວາມ​ເຫັນ​ດີ​ເປັນ​ເອ​ກະ​ພາບ​ຢ່າງ​ສູງ​ຕໍ່​ບັນ​ດາ​ການ​ຕີ​ລາ​ຄາ ແລະ ຂໍ້​ສະ​ເໜີ​ຂອງ​ທ່ານ​ນາ​ຍົກ​ລັດ​ຖະ​ມົ​ນ​ຕີ ເລ​ມິນ​ຮຶງ, ຢືນ​ຢັນ​ວ່າ ສິງ​ກະ​ໂປ ຖື​ການ​ພົວ​ພັນ​ກັບ ຫວຽດ​ນາມ ເປັນ​ສຳ​ຄັນ ແລະ ພ້ອມ​ແລ້ວ​ຈະ​ຜັນ​ຂະ​ຫຍາຍ​ບັນ​ດາ​ເນື້ອ​ໃນ​ຮ່ວມ​ມື​ທີ່​ໄດ້​ເປັນ​ເອ​ກະ​ພາບ​ແລ້ວ.

ນາ​ຍົກ​ລັດ​ຖະ​ມົນ​ຕີ 2 ທ່ານກໍ່​ເຫັນ​ດີ​ສືບ​ຕໍ່​ປັບ​ປຸງ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ດ້ານ​ການ​ເມືອງ, ຍູ້​ແຮງ​ການ​ແລກ​ປ່ຽນ​ຄະ​ນະ​ຜູ້​ແທນ, ການ​ພົບ​ປະ​ຂັ້ນ​ສ​ູງ ແລະ ທຸກ​ຂັ້ນ; ຮັກ​ສາ​ບັນ​ດາ​ກົນ​ໄກ​​ຮ່ວມ​ມືທີ່​ມີ​ຢູ່​ແລ້ວ​ໃ​ຫ້​ມີ​ປະ​ສິດ​ທິ​ຜົນ, ໃນ​ນັ້ນ​ມີ​ກົນ​ໄກ​ແລກ​ປ່ຽນ​ປະ​ຈຳ​ປີ​ລະ​ຫວ່າງ​ນາ​ຍົກ​ລັດ​ຖະ​ມົນ​ຕີ 2 ທ່ານ; ຜັນ​ຂະ​ຫຍາຍ​ກົນ​ໄກ​ເຈ​ລະ​ຈາ​ຍຸດ​ທະ​ສາດ​ລະ​ຫວ່າງ 2 ພັກ​ກຳ​ອຳ​ນາດ ປີ 2026 ໂດຍ​ໄວ; ຮ່ວມ​ມືກັນ​ຮັບ​ປະ​ກັນ​ຄວາມ​ໝັ້ນ​ຄົງ​ດ້ານ​ພະ​ລັງ​ງານ…