ໃນກອງປະຊຸມສາກົນກ່ຽວກັບການໜູນຊ່ວຍ ຊູດັງ ໂດຍ ເຢຍລະມັນ ເປັນເຈົ້າພາບ ທີ່ຖືກຈັດຂຶ້ນໃນວັນທີ 15 ເມສາ ຢູ່ Berlin, ບັນດາປະເທດໄດ້ໃຫ້ຄຳໝັ້ນສັນຍາຈະໃຫ້ການຊ່ວຍເຫຼືອກວ່າ 1,3 ຕື້ ເອີໂຣ (ປະມານ 1,5 ຕື້ USD), ແນໃສ່ຊ່ວຍປະຊາຊົນຜູ້ຖືກຜົນກະທົບຈາກສົງຄາມ ທີ່ພວມກ້າວເຂົ້າສູ່ປີທີ 4 ຢູ່ບັນດາປະເທດ ອາຟະຣິກາ ຕາເວັນອອກສ່ຽງເໜືອນີ້.
ຕາມອົງການອະນາໄມໂລກ (WHO) ແລ້ວ, ສົງຄາມໄດ້ເຮັດໃຫ້ລະບົບສາທາລະນະສຸກສ່ວນຫຼາຍຂອງ ຊູດັງ ຖືກຢຸດສະງັກ, ດ້ວຍ 217 ຮາກຖານສາທາລະນະສຸກຖືກບຸກໂຈມຕີ. ການເຄື່ອນໄຫວຊ່ວຍເຫຼືອມະນຸດສະທຳປະສົບກັບຄວາມຫຍຸ້ງຍາກ ຍ້ອນລະບົບຄົມມະນາຄົມຖືກຂາດວັກຂາດຕອນ, ພື້ນຖານໂຄງລ່າງຖືກເປ່ເພ ແລະ ຈຳກັດການບໍລິຫານ, ເຮັດໃຫ້ເດັກນ້ອຍຫຼາຍຄົນບໍ່ໄດ້ເຂົ້າເຖິງການຊ່ວຍເຫຼືອ.
