(vovworld) - ວັນທີ 10/10, ກະຊວງເອກະພາບສ.ເກົາຫຼີ ໃຫ້ຮູ້ວ່າ, ລັດຖະບານປະເທດນີ້ໄດ້ອະນຸຍາດໃຫ້ 2 ອົງການພາກສ່ວນເອກະຊົນຊ່ວຍເຫຼືອເຄື່ອງຂອງໃຫ້ແກ່ສປປ.ເກົາຫຼີ. ຕາມໂຄສົກກະຊວງເອກະພາບສ.ເກົາຫຼີ Park Soo Jin ແລ້ວ, ຄາດວ່າ ອົງການ Kyeoresarang ຈະສົ່ງນົມຜົງ 10 ໂຕນທີ່ມີມູນຄ່າ 78 ລ້ານອວນ ໃຫ້ແກ່ສູນລ້ຽງເດັກກໍ່າພ້າ ແລະ ໂຮງລ້ຽງເດັກຢູ່ ສປປ.ເກົ່າຫຼີ ຜ່ານຈີນ. ອົງການ Green Tree ກໍຈະສະໜອງເຄື່ອງຊ່ວຍເຫຼືອທີ່ມີມູນຄ່າ 250 ລ້ານອວນໃຫ້ແກ່ສປປເກົ່າຫຼີ. ແຕ່ເວລາຂົງສົ່ງເຄື່ອງຊ່ວຍເຫຼືອດັ່ງກ່າວຍັງບໍ່ທັນໄດ້ກຳນົດເທື່ອ.