ດາວທຽມ VNREDSat-1 ໜ່ວຍທຳອິດຂອງຫວຽດນາມ ພວມໄດ້ຮັບການກະກຽມເພື່່ອຍິ່ງຂຶ້ນສູ່ວົງໂຄຈອນ
|
Vovworld- ຕອນຄ່ຳວັນທີ 3/5, ດາວທຽມສຳຫຼວດທາງໄກໜ່ວຍທຳອິດຂອງຫວຽດນາມ VNREDSat-1 ຊຶ່ງແມ່ນດາວທຽມສຳຫຼວດສະເພາະກ່ຽວກັບຊັບພະຍາກອນທຳມະຊາດ, ສິ່ງແວດລ້ອມ ແລະ ໄພທຳມະຊາດຈະຖືກຍິງຂຶ້ນສູ່ວົງໂຄຈອນ. ຕາມແຫຼ່ງຂ່າວຈາກກົມຄວາມຖີ່ວິທະຍຸສັງກັດກະຊວງຖະແຫຼງຂ່າວ ແລະ ສື່ສານຫວຽດນາມແລ້ວ, ດາວທຽມສຳຫຼວດໜ່ວຍໂລກຈະຖືກຍິງຂຶ້ນສູ່ວົງໂຄຈອນຈາກຖານຍິງ Kourou ທີ່ Guyana ປະເທດຝະລັ່ງ. ຄາດວ່າ ພາຍຫຼັງ 2 ວັນ, ຈະສາມາດຮັບເອົາຮູບຖ່າຍໜ່ວຍໂລກແຜ່ນທຳອິດຂອງດາວທຽມ VNREDSat-1 ແລະ ຫຼັງຈາກນັ້ນ 1 ວັນ, ຈະຮັບເອົາຮູບຖ່າຍບໍລິເວນຜືນແຜ່ນ ດິນຫວຽດນາມ. ທ່ານປະລິນຍາໂທ ໂງຢີເຕີນ, ຫົວໜ້າພະແນກບັນຊາດາວທຽມ ສັງກັດສູນຂຸດຄົ້ນ ແລະ ບັນຊາດາວທຽມນ້ອຍ, ສະຖາບັນມະຫາບັນດິດວິທະຍາສາດເຕັກໂນໂລຢີຫວຽດນາມໃຫ້ຮູ້ວ່າ :
“ ບັນດາລະບົບພາຫະນະເຄື່ອງຈັກ, ພື້ນຖານໂຄງລ່າງຢູ່ໜ້າດິນໄດ້ກຽມພ້ອມແລ້ວ, ພວກຂ້າພະເຈົ້າໄດ້ກວດກາ, ໃຫ້ແລ່ນທົດລອງ ແລະ ໝາກຜົນການແລ່ນເຄື່ອງຈັກທົດລອງໄດ້ເປັນປົກກະຕິພໍສົມຄວນ, ກຽມພ້ອມຮັບເອົາສັນຍານຈາກດາວທຽມ. ບັນດາຂ່າວຄາວທີ່ຫຼ້າສຸດຈາກ Kourou ທີ່ Guyana ປະເທດຝະລັ່ງ ໃຫ້ຮູ້ວ່າ ດາວທຽມໄດ້ຮັບກະກຽມເປັນຢ່າງດີ ເພື່ອກຽມພ້ອມຂຶ້ນສູ່ວົງໂຄຈອນ ”
ໂຄງການ VNREDSat-1 ມີຍອດເງິນລົງທຶນ 55,8 ລ້ານເອີໂຣ ຊຶ່ງແມ່ນທຶນກູ້ຢືມຊ່ວຍເຫຼືອເພືອ່ການພັດທະນາຢ່າງເປັນທາງການຂອງລັດຖະບານຝະລັ່ງ ແລະ ເງິນຈຳນວນ 65 ຕື້ດົງ ແມ່ນທຶນສົມທົບຂອງລັດຖະບານຫວຽດນາມ.