ຫວຽດນາມ-ມົງກົນຍົກສູງປະສິດທິຜົນການຮ່ວມມືນຳກັນ

ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດຫວຽດນາມ ຝ້າມບິນມິນ ຕ້ອນຮັບທ່ານລັດຖະມົນຕີການຕ່າງປະເທດມົງກົນ ເຊັນດີ ເມິງເຄີໂອເຣີກິນ |
(vovworl)- ຕອນເຊົ້າວັນທີ 3/4, ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດຫວຽດນາມ ຝ້າມບິນມິນ ໄດ້ເຈລະຈາກັບລັດຖະມົນຕີການຕ່າງປະເທດມົງກົນ ເຊັນດີ ເມິງເຄີໂອເຣີກິນ ເນື່ອງໃນໂອກາດມາຢ້ຽມຢາມຫວຽດນາມຢ່າງເປັນທາງການ. 2 ຝ່າຍໄດ້ແລກປ່ຽນບັນດາມາດຕະການຊຸກຍູ້ການພັດທະນາການພົວພັນຮ່ວມມືມິດຕະພາບທີ່ເປັນມູນເຊື້ອລະຫວ່າງຫວຽດນາມ-ມົງກົນໃນຫຼາຍຂົງເຂດ, ກໍຄືແລກປ່ຽນກ່ຽວກັບບັນຫາພາກພື້ນ ແລະ ສາກົນທີ່ຕ່າງຝ່າຍຕ່າງມີຄວາມສົນໃຈ. ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດຫວຽດນາມ ຝ້າມບິນມິນ ຢືນຢັນວ່າ ຫວຽດນາມຖືເປັນສຳຄັນການປັບປຸງ ແລະ ພັດທະນາການພົວພັນຮ່ວມມືມິດຕະພາບທີ່ເປັນມູນເຊື້ອກັບມົງກົນ. ສ່ວນທ່ານ ລັດຖະມົນຕີການຕ່າງປະເທດມົງກົນ ເຊັນດີ ເມິງເຄີໂອເຣີກິນຢືນຢັນວ່າ ກະຊວງການຕ່າງປະເທດມົງກົນ ຈະສືບຕໍ່ສົມທົບກັບຫວຽດນາມຢ່າງແໜ້ນແຟ້ນກັບຫວຽດນາມເພື່ອຊຸກຍູ້ການປະຕິບັດບັນດາຂໍ້ຕົກລົງຂັ້ນສູງຢ່າງແທດຈິງ ແລະ ມີປະສິດທິຜົນ, ປະກອບສ່ວນເປີດກ້ວາງການພົວພັນຮ່ວມມືມິດຕະພາບທີ່ເປັນມູນເຊື້ອລະຫວ່າງ 2 ປະເທດ.