ຫວຽດນາມສົ່ງເສີມບັນດາວິສາຫະກິດ ສ.ເກົາຫຼີ ເຂົ້າມາລົງທຶນຢູ່ຫວຽດນາມໃນຂົງເຂດຕ່າງໆ
ທ່ານຮອງນາຍົກລັດຖະມົນຕີຫວຽດນາມ ເວືອງດີງເຫ້ວ ຢູ່ທີ່ກອງປະຊຸມໂຕະມົນເສດຖະກິດຫວຽດນາມ - ສ.ເກົາຫຼີ |
(vovworld)- ຫວຽດນາມສົ່ງເສີມບັນດາວິສາຫະກິດ ສ.ເກົາຫຼີ ເຂົ້າມາລົງທຶນຢູ່ຫວຽດນາມໃນຂົງເຂດຕ່າງໆ. ນັ້ນແມ່ນຄຳຢືນຢັນຂອງທ່ານຮອງນາຍົກລັດຖະມົນຕີຫວຽດນາມ ເວືອງດີງເຫ້ວ ຢູ່ທີ່ກອງປະຊຸມໂຕະມົນເສດຖະກິດຫວຽດນາມ - ສ.ເກົາຫຼີ ຊຶ່ງຖືກຈັດຂຶ້ນເມື່ອຕອນເຊົ້າວັນທີ 15/6 ຮ່າໂນ້ຍໂດຍສະຖານທູດ ສ.ເກົາຫຼີປະຈຳຫວຽດນາມ ແລະ ກຸ່ມບໍລິສັດໂທລະຄົມ Maekyung Media ຈັດຂຶ້ນ. ທ່ານຮອງນາຍົກລັດຖະມົນຕີຫວຽດນາມ ເວືອງດີງເຫ້ວ ຢືນຢັນວ່າ ຫວຽດນາມສົ່ງເສີມບັນດານັກລົງທຶນ ສ.ເກົາຫຼີເຂົ້າຮ່ວມການລົງທຶນ, ແບ່ງປັນບົດຮຽນໃນບັນດາໂຄງການສ້າງອາຊີບ, ຊຶ່ງຄາດວ່າຈະພັດທະນາຢ່າງແຂງແຮງຢູ່ຫວຽດນາມໃນໄລຍະທີ່ຈະມາເຖິງ. ທ່ານຮອງນາຍົກລັດຖະມົນຕີຫວຽດນາມ ເວືອງດີງເຫ້ວ ໃຫ້ຮູ້ວ່າ ພ້ອມກັບຄວາມມານະພະຍາຍາມປົວແປງສະພາບແວດລ້ອມແຫ່ງການດຳເນີນທຸລະກິດ ແລະ ການລົງທຶນ. ລັດຖະບານຫວຽດນາມ ຍັງຮຽກຮ້ອງໃຫ້ບັນດາວິສາຫະກິດຢູ່ພາຍໃນປະເທດສ້າງພື້ນຖານວັດທະນະທຳວິສາຫະກິດ ແລະ ຈັນຍາບັນໃນການດຳເນີນທຸລະກິດທີ່ດີ, ພັດທະນາວິສາຫະກິດບົນນ້ຳໃຈແຫ່ງການປ່ຽນແປງໃໝ່ ແລະ ມີຫົວຄິດປະດິດສ້າງ. ນີ້ແມ່ນບັນດາປະຖົມປັດໄຈສຳຄັນພາໄປເຖິງຜົນສຳເລັດໃນການເຊື່ອມໂຍງເຂົ້າກັບສາກົນ.