ຫວຽດນາມສະໜັບສະໜູນເລື່ອງສ້າງຕັ້ງລັດປາແລດສະຕິນ
(ທ່ານປະທານປະເທດ ເຈີນດ້າຍກວາງ ຕ້ອນຮັບ
ທ່ານເອກອັກຄະລັດຖະທູດປາແລດສະຕິນ ປະຈຳຫວຽດນາມ Saadi Salama)
(vovworld) - ຕອນບ່າຍວັນທີ 18/10, ຢູ່ສຳນັກງານປະທານປະເທດ, ທ່ານປະທານປະເທດ ເຈີນດ້າຍກວາງ ໄດ້ໃຫ້ການຕ້ອນຮັບທ່ານເອກອັກຄະລັດຖະທູດປາແລດສະຕິນ ປະຈຳຫວຽດນາມ Saadi Salama ເຂົ້າຢ້ຽມຂ່ຳນັບຕາມພິທີການທູດ. ທ່ານປະທານປະເທດ ເຈີນດ້າຍກວາງ ຢືນຢັນຫຼັກໝັ້ນສະເໝີຕົ້ນສະເໝີປາຍຂອງຫວຽດນາມ ແມ່ນສະໜັບສະໜູນການຕໍ່ສູ້ອັນຊອບທຳຂອງປະຊາຊົນປາແລດສະຕິນ ເພື່ອບັນດາສິດພື້ນຖານຂອງຊາດຕົນ. ຫວຽດນາມ ສະໜັບສະໜູນການສ້າງຕັ້ງລັດປາແລດສະຕິນ ເອກະລາດ ບົນພື້ນຖານບັນດາມະຕິຂອງສະຫະປະຊາຊາດ ແລະ ຮັບປະກັນສິດຜົນປະໂຫຍດອັນຊອບທຳຂອງບັນດາຝ່າຍ; ສະໜັບສະໜູນການຊຸກຍູ້ການເຈລະຈາ, ແກ້ໄຂບັນດາການປະທະກັນໂດຍສັນຕິວິທີ. ທ່ານປະທານປະເທດ ເຈີນດ້າຍວາງ ປາດຖະໜາວ່າ, ທ່ານເອກອັກຄະລັດຖະທູດ Saadi Salama ຈະສືບຕໍ່ແມ່ນຂົວເຊື່ອມຕໍ່ສະໜິດຕິດພັນ ແລະ ຮັດແໜ້ນການພົວພັນລະຫວ່າງ 2 ປະເທດໃນທຸກຂົງເຂດກວ່າອີກ, ຊ່ວຍໃຫ້ປະຊາຊົນປາແລດສະຕິນ ເຂົ້າໃຈປະຊາຊົນຫວຽດນາມ ກວ່າ.
ສ່ວນທ່ານເອກອັກຄະລັດຖະທູດ Saadi Salama ສະແດງໃຫ້ເຫັນຄວາມໄວ້ເນື້ອເຊື່ອໃຈວ່າ, ການພົວພັນລະຫວ່າງ 2 ປະເທດຈະສືບຕໍ່ພັດທະນາໃນອະນາຄົດ, ແມ່ນປະຖົມປັດໃຈເພື່ອໃຫ້ 2 ຝ່າຍເປີດກວ້າງບັນດາການເຄື່ອນໄຫວພົບປະແລກປ່ຽນປະຊາຊົນ ແລະ ການຮ່ວມມືດ້ານການຄ້ານຳກັນ.