ງານຕະຫລາດນັດມູນເຊື້ອ Sorochinsky Yarmarok
(ພາບ: ອິນເຕີແນດ)
(vovworld) - ງານຕະຫລາດນັດມູນເຊື້ອ Sorochinsky Yarmarok ແມ່ນງານຕະຫລາດນັດໃຫຍ່ທີ່ສຸດຂອງ ຢູແກຼນ ໄດ້ຈັດຕັ້ງປະຈຳປີນັບແຕ່ສະຕະວັດ 18 ຮອດປະຈຸບັນ, ພວມດຳເນີນຢູແຂວງ Poltava ຂອງ ຢູແກຼນ. ດ້ວຍຄຳຂວັນ “ຢູແກຼນ - ຄອບຄົວເອກະພາບ”, ງານຕະຫລາດນັດມູນເຊື້ອ Sorochinsky Yarmarok ປີນີ້ ດຶງດູດການເຂົ້າຮ່ວມຂອງ 1000 ກ່ວາ ວິສາຫະກິດ, ຜູ້ຄ້າຂາຍ, ນັກສິລະປະການ ດ້ວຍບັນດາປະເພດສິນຄ້າທີອຸດົມສົມບຸນ. ຮ້ານວາງສະແດງສິນຄ້າຂອງ ຫວຽດນາມ ດ້ວຍບັນດາປະເພດສິນຄ້າຄື: ກາເຟ, ຊາ, ເຂົ້າໜົມ…