ພາບປະກອບຈາກ TTXVN
|
(vovworld) – ໃນລະຫວ່າງວັນທີ 9 – 10/4, ຢູ່ Ottawa, ປະເທດ ການາດາ, ໄດ້ຈັດຕັ້ງງານວາງສະແດງການທ່ອງທ່ຽວ ແລະ ພັກຜ່ອນບຳລຸງສຸຂະພາບ Ottawa ຄັ້ງທີ 22 ດ້ວຍການເຂົ້າຮ່ວມຂອງກ່ວາ 50 ປະເທດ ແລະ ເຂດແຄ້ວນໃນໂລກ. ນີ້ແມ່ນໜຶ່ງໃນບັນດາເຫດການໂຄສະນາ ແລະ ສົ່ງເສີມການທ່ອງທ່ຽວປະຈຳປີໃຫຍ່ທ່ີສຸດຢູ່ ອາເມລິກາ ເໜືອ.
ປີນີ້, ສະຖານທູດ ຫວຽດນາມ ປະຈຳ ການາດາ ກໍ່ມີຮ້ານວາງສະແດງເພື່ອຊຸກຍູ້, ໂຄສະນາພາບພົດປະເທດຊາດ ແລະ ຊາວ ຫວຽດນາມ. ໃນໄລຍະດຳເນີນງານວາງສະແດງ, ມີແຂກຫຼາຍຄົນໄດ້ຮັບແຜນທີ່ທ່ອງທ່ຽວຂອງ ຫວຽດນາມ ແລະ ບັນດາເອກະສານແນະນຳກ່ຽວກັບໝູ່ບ້ານອາຊີບ, ວັດທະນະທຳອາຫານການກິນ… ບັນດາວັດຖຸເຄື່ອງສິລະປະຫັດຖະກຳຂອງ ຫວຽດນາມ ທີ່ໄດ້ນຳມາວາງສະແດງຢູ່ທີ່ນີ້ກໍ່ເຮັດໃຫ້ຜູ້ຊົມມີຄວາມນິຍົມຊົມຊອບຫຼາຍ.